ເປີດແລ່ນລົດເມ BRT ເຊື່ອມຕໍ່ສະຖານີ ຕະຫຼາດເຊົ້າ ໄປຫາສະຖານີເຈົ້າຟ້າງຸ່ມ

ເປີດແລ່ນລົດເມ BRT ເຊື່ອມຕໍ່ສະຖານີ ຕະຫຼາດເຊົ້າ ໄປຫາສະຖານີເຈົ້າຟ້າງຸ່ມ

ໂຄງການລົດເມດ່ວນ BRT ເປີດແລ່ນໃຫ້ບໍລິການເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຫາສະຖານີເຈົ້າຟ້າງຸ່ມໃນຕອນເຊົ້າວັນທີ 20 ເມສາ 2026 ນີ້ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນໃດ້ໄປມາຢ່າງສະດວກວ່ອງໄວ.

ພິທີເປີດສາຍແລ່ນລົດເມເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຮອດສະຖານີເຈົ້າຟ້າງຸ່ມ ແມ່ນໂຄງການຂົນສົ່ງຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ມວນຊົນໄດ້ໃຊ້ບໍລິການລົດເມດ່ວນແອເຢັນ, ວາຍຟາຍໃຊ້ລ້າໆ,ສະດວກ ແລະ ວ່ອງໄວ ເປັນມິດຕໍ່ສີ່ງເເວດລ້ອມ.

ພິທີດັ່ງກ່າວເຂົ້າຮ່ວມໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ , ພະແນກ ຕໍາຫລວດຈາລະຈອນນະຄອນຫຼວງວຽງຈັນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

ຂ່າວ: ພ້ອມພົງ

ພາບ: ສົມມາລາ

Related Articles

Leave a Reply