ພິທີເປີດໂຄງການກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ ປາກມອງ – ນາເພຍ ເມືອງຜາໄຊ ແຂວງຊຽງຂວາງ ຢ່າງເປັນທາງການ ໃນວັນທີ 30 ມັງກອນ ທີ່ຜ່ານມານີ້, ທີ່ສະຖານີໄຟຟ້ານາເພຍ ໂດຍການເຂົ້າຮ່ວມເປີດພິທີຂອງ ທ່ານ ມະໄລທອງ ກົມມະສິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການ ເມືອງແນວຄິດ, ມີການນຳຈາກສູນກາງ, ແຂວງ, ແຂວງອ້ອມຂ້າງ, ເມືອງ ແລະ ບໍລິສັດCET(China Electrical power Equiment and Technology) ໃນພິທີ ທ່ານ ນາງ ຈ່າງເຫຼີຍ ຮອງຜູ້ອຳນວຍການໃຫຍ່ບໍລິສັດ CET ໄດ້ລາຍງານກ່ຽວກັບໂຄງການດັ່ງກ່າວ: ສາຍສົ່ງ 230 ກິໂລໂວນນີ້ ສ້າງຂຶ້ນເພື່ອພັດທະນາລະບົບສາຍສົ່ງ ແລະ ສະຖານີ ເພື່ອລຳລຽງພະລັງງານໄຟຟ້າ ຈາກບັນດາເຂື່ອນຕ່າງໆທາງພາກເໜືອ ລົງມາສູ່ພາກກາງ ແລະ ນະຄອນຫຼວງວຽງຈັນ ເພື່ອເພີ່ມຄວາມສະຖຽນລະພາບຂອງລະບົບ ແລະ ເພີ່ມປະສິດທິພາບໃນການສະໜອງໄຟຟ້າພາຍໃນປະເທດ ທັງເປັນການເພີ່ມທະວີການຮ່ວມມືລາວ-ຈີນໃຫ້ເຕີບໃຫຍ່ ເຂັ້ມແຂງ. ໂອກາດນີ້ ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລາຍງານໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ230 ກິໂລໂວນ(ກວ) ຈາກສະຖານີ 230 ກວ ປາກມອງ – ສະຖານີ 500 ກວ ນາເພຍ ມີຄວາມຍາວ 186 ກິໂລແມັດ ຊຶ່ງແລວສາຍສົ່ງໄດ້ຜ່ານສອງແຂວງຄື: ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ ລວມມີ 9 ເມືອງຄື: ເມືອງນ້ຳບາກ, ປາກອູ, ປາກແຊງ, ນະຄອນຫຼວງພະບາງ, ເມືອງໂພນໄຊ, ພູຄູນ, ພູກູດ, ເມືອງແປກ ແລະ ເມືອງຜາໄຊ ໂຄງການນີ້ ໄດ້ຮັບທຶນກູ້ຈາກທະນາຄານ ພັດທະ ນາແຫ່ງຊາດຈີນ ມູນຄ່າທັງໝົດຂອງໂຄງການ 91,573,310.95 ໂດລາ ໃນນີ້ມູນຄ່າກໍ່ສ້າງສາຍສົ່ງ86,021,975.79ໂດລາ, ມູນຄ່າກໍ່ສ້າງສະຖານີ 5,551,331.16 ໂດລາ, ຂະຫຍາຍສະຖານີປາກມອງ2,731,553.45ໂດລາ, ຂະຫຍາຍສະຖານີນາເພຍ 2,819,781.71 ໂດລາ ໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງ ຄາດວ່າທ້າຍປີ 2027 ໃຫ້ສຳເລັດ ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນຊີ້ນຳ ຊຶ່ງທ່ານໄດ້ກ່າວວ່າ ການກໍ່ສ້າງສາຍສົ່ງນີ້ ຄືເສັ້ນເລືອດໃຫຍ່ ທາງດ້ານພະລັງງານ ເປັນການເຊື່ອມໂຍງພະລັງງານຈາກພາກເໜືອລົງສູ່ພາກກາງ ແລະ ນະຄອນຫຼວງວຽງຈັນ ເປັນການຂັບເຄື່ອນໃຫ້ແກ່ການຫັນເປັນອຸດສາຫະກຳທັນສະໄໝ ຊຶ່ງທາງພາກເໜືອ ມີທ່າແຮງບົ່ມຊ້ອນມະຫາສານ ບວກກັບການກໍ່ສ້າງສາຍສົ່ງ ດຶງດູດເອົາການລົງທຶນສູ່ອຸດສາຫະກຳປຸງແຕ່ງ ແລະ ສ້າງວຽກເຮັດງານທຳໃຫ້ປະຊາ ຊົນ, ການຮ່ວມມືກໍ່ສ້າງສາຍສົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມມືທາງດ້ານທຸລະກິດ ເປັນການຖ່າຍທອດເຕັກໂນໂລຊີ ແລະ ມາດຕະຖານລະດັບສາກົນ ເພື່ອຍົກລະດັບວຽກງານພະລັງງານຂອງລາວໃຫ້ສູງຂຶ້ນ ທັງເປັນການເດີນຕາມເສັ້ນທາງສາຍໄໝ, ຮັດແໜ້ນ, ຮ່ວມມືກັບ ສປ ຈີນ ໃຫ້ຫຼາຍຂຶ້ນ. ພິທີດັ່ງ ກ່າວ ຄະນະການນຳໄດ້ຊ້ວນຊາຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການປະກາດການເລີ່ມຕົ້ນກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ປາກມອງ-ນາເພຍ ຢ່າງເປັນທາງການ.
ຂ່າວ: ບຸນມີ ແສງທຸມມີ

