ເມືອງສອງຄອນສາມາດລົບລ້າງການລັກລອບຂາຍລົດເຖື່ອນ ປະເພດລົດໃຫ່ຍໄດ້ແລ້ວ

ເມືອງສອງຄອນສາມາດລົບລ້າງການລັກລອບຂາຍລົດເຖື່ອນ ປະເພດລົດໃຫ່ຍໄດ້ແລ້ວ

ໃນໄລຍະທີ່ຜ່ານມາເມືອງສອງຄອນເປັນເມືອງທີ່ມີການຄ້າ-ຂາຍລົດເຖື່ອນ (ລົດໃຫ່ຍ ແລະ ລົດຈັກບໍ່ມີ ເອກະ ສານ) ຫຼາຍທີ່ສຸດຢູ່ແຂວງສະຫວັນນະເຂດ ຊຶ່ງ ເປັນລົດ ທີ່ໄດ້ນໍາມາຈາກປະເທດໄທໂດຍໃສ່ເຮືອຂ້າມແມ່ນໍ້າຂອງ, ແຕ່ປັດຈຸບັນນີ້ການຄ້າ-ຂາຍລົດເຖື່ອນພາຍໃນເມືອງແມ່ນສາມາດລົບລ້າງການການຄ້າ-ຂາຍລົດເຖື່ອນປະເພດລົດໃຫ່ຍໄດ້ແລ້ວ ຍັງແຕ່ການຄ້າຂາຍລົດຈັກເຖື່ອນທີ່ຍັງປະກົດມີຢູ່.

ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າວັນທີ 30 ທັນວາ 2020 ນີ້ກ່ຽວກັບບັນຫາການຄ້າ-ຂາຍລົດເຖື່ອນພາຍໃນເມືອງສອງຄອນວ່າ: ເມືອງສອງຄອນເປັນເມືອງທີ່ມີຊາຍແດນຕິດກັບປະເທດໄທ ໂດຍມີແມ່ນໍ້າຂອງເປັນຈຸດຂັ້ນຊາຍແດນ ຊຶ່ງມີຄວາມຍາວປະມານ 54 ກິໂລແມັດ ແລະ ມີ 15 ບ້ານທີ່ຕັ້ງຢູ່ແຄມແມ່ນໍ້າຂອງ. ໃນໄລຍະທີ່ຜ່ານມາຖືວ່າເມືອງສອງຄອນເປັນເມືອງທີ່ຄ້າ-ຂາຍລົດເຖື່ອນ ປະເພດລົດໃຫ່ຍ-ລົດຈັກ ເປັນອັນດັບໜຶ່ງຢູ່ປະເທດລາວ ແຕ່ພາຍຫຼັງທີ່ໄດ້ຖືກແຕ່ງຕັ້ງມາຮັບຕໍາແໜ່ງເປັນເຈົ້າເມືອງ ໃນຕົ້ນປີ 2020 ໄດ້ມີການເລັ່ງແກ້ໄຂບັນຫາດັ່ງກ່າວ ໂດຍມີການແຕ່ງຕັ້ງໜ່ວຍສະເພາະກິດ ເພື່ອປະສານກັບກຸ່ມ ປກສ-ປກຊ ຢູ່ບ້ານຕ່າງໆລຽບແຄມແມ່ນໍ້າຂອງໃນການສະກັດກັ້ນການຄ້າ-ຂາຍລົດເຖື່ອນ.

ທ່ານພັນເອກ ລໍາຄູນ ໄດ້ກ່າວຕື່ມວ່າ: ຮອດປັດຈຸບັນສາມາດເວົ້າໄດ້ວ່າການຄ້າ-ຂາຍລົດເຖື່ອນປະເພດລົດໃຫ່ຍພາຍໃນເມືອງສອງຄອນແມ່ນບໍ່ມີແລ້ວ ຍັງມີແຕ່ປະເພດລົດຈັກທີ່ຍັງພົບເຫັນຢູ່ຍ້ອນວ່າຜູ້ຄ້າ-ຂາຍໃຊ້ເຮືອນ້ອຍເພື່ອບັນທຸກລົດຈັກເຖື່ອນ ແລະ ມີການລັກລອບຂ້າມມາໃນເວລາກາງຄືນ ຢູ່ຈຸດເຊບັງນວນ ແລະ ຈຸດເຊບັງຫຽງ ຊຶ່ງມີຄວາມຫຍຸ້ງຍາກໃນການຕິດຕາມຍ້ອນສະພາບເສັ້ນທາງ ແລະ ເປັນຈຸດປ່ຽວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply