ອໍານາດການປົກຄອງເມືອງສັງທອງ ນະຄອນຫຼວງ ວຽງຈັນ ຈະຈັດບຸນກອງເຂົ້າຫອມ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ປະຈໍາປີ 2026 ຢູ່ທີ່ບ້ານເພຍລາດ ລະຫວ່າງວັນທີ 16-18 ມັງກອນ 2026.
ພາຍໃນງານຄັ້ງນີ້ ຈະມີກິດຈະກໍາສໍາຄັນຫຼາຍຢ່າງ ເປັນຕົ້ນ ທ່ຽວຊົມກອງເຂົ້າຫອມສັງທອງ ຈໍານວນ 5 ກອງ, ຖຽງນາ, ເລົ້າເຂົ້າ, ລານເຂົ້າ, ອຸປະກອນການຜະລິດຫຼາກຫຼາຍສີສັນ ແລະ ອື່ນໆ ທີ່ເປັນເອກະລັກຂອງເມືອງສັງທອງ ພ້ອມດ້ວຍ, ການວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນ ມາຈາກພາກສ່ວນຕ່າງໆ, ການສະແດງສິລະປະວັນນະຄະດີ, ການປະກວດນາງສາວເຂົ້າຫອມ, ປະກວດອາຫານພື້ນບ້ານ ແລະ ແຂ່ງຂັນກິລາມວນຊົນ.
ທ່ານ ຄໍາປະເສີດ ບຸດດາວົງ ຮອງຄະນະກໍາມະການອົງການປົກຄອງ ເມືອງສັງທອງ ໄດ້ຖະແຫຼງຂ່າວການຈັດງານຄັ້ງນີ້ ເມື່ອບໍ່ດົນມານີ້ ວ່າ: ບຸນກອງເຂົ້າຫອມ ຕິດພັນງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ຊຶ່ງພວກເຮົາໄດ້ຈັດຕັ້ງປະຕິບັດມາຫຼາຍປີຕິດຕໍ່ກັນ ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ ເຊີ່ງແມ່ນມູນມໍລະດົກອັນລໍ່າຄ່າຂອງບັນພະບູລຸດຂອງຊາດລາວໄດ້ປະຕິບັດສືບທອດກັນມາຫຼາຍຍຸກຫຼາຍສະໄໝ ຫຼາຍເຊັ່ນຄົນ.
ທີ່ມາ: ຂ່າວສານເມືອງສັງທອງ

