ກອງກຳລັງ ປກສ-ປກຊ ເມືອງຮຸນ ແຂວງອຸດົມໄຊ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງຂອງຕົນໂດຍສະເພາະ ແມ່ນການລັກລອບລ່າສັດປ່າຫວງຫ້າມຢູ່ເຂດປ່າສະຫງວນ, ຫາປາໂດຍໃຊ້ເຄື່ອງຊ໋ອດໄຟຟ້າ, ການລັກລອບຕັດໄມ້ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຮຸນ ທ່ານ ພັທ ບຸນຮັກ ໄຊຍະຕິ ໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການແກ້ໄຂປະກົດການຫຍໍ້ທໍ້ທົ່ວເມືອງຮຸນວ່າ: ປະກົດການຫຍໍ້ທໍ້ຕ່າງໆຍັງເກີດມີຂຶ້ນເລື້ອຍໆເຖິງແມ່ນວ່າ ອ້າຍນ້ອງ ປກສ-ປກຊ ເມືອງຮຸນໄດ້ມີການກວດສອບ ແລະ ມີການລົງເຄື່ອນໄຫວຢູ່ຕາມເຂດປ່າສະຫງວນຕ່າງໆແລ້ວກໍ່ຕາມ, ສະເພາະ 6 ເດືອນຕົ້ນປີເທົ່ານັ້ນ ກອງກໍາລັງ ປກສ-ປກຊ ໄດ້ລົງເຄື່ອນໄຫວຢູ່ 94 ບ້ານທົ່ວເມືອງ ເຊີ່ງສາມາດຍຶດ ປືນແກ໋ບ ຈຳນວນ 3,000 ກະບອກ, ອາວຸດເສິກ 4 ກະບອກ (AK 2 ກະບອກ ແລະ CKC 2 ກະບອກ), ຈັກສະຕິນ ຈຳນວນ 119 ເຄື່ອງ, ໝໍ້ສ໋ອດປາ ຈຳນວນ 239 ເຄື່ອງ, ສິນຄ້າປອມແປງເຄື່ອງໝາຍການຄ້າ ແຟັບຍີຫໍ້ໂປຼ ຈຳນວນ 206 ຖົງ.
ອໍານາດການປົກຄອງເມືອງຮຸນໄດ້ຈັດພິທີທໍາລາຍອຸປະກອນດັ່ງກ່າວເມື່ອບໍ່ດົນມານີ້ທີ່ເດີ່ນກິລາເມືອງຮຸນແຂວງອຸດົມໄຊ.
ຂ່າວ-ຮູບ: ປກສ ເມືອງຮຸ່ນ

