ການເກີດອຸບັດເຫດຕາມທ້ອງຖະໜົນ ຢູ່ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນ ຊຶ່ງສັງເກດເຫັນໄດ້ຈາກ ການທີ່ຜູ້ເສຍຊີວິດມີຈໍານວນເພີ່ມຂຶ້ນໃນ ແຕ່ ລະເດືອນເຖິງແມ່ນວ່າທາງເຈົ້າໜ້າທີ່ຈະລາຈອນຈະມີມາດຕະການຕ່າງໆເພື່ອຄວບຄຸມ ແລະ ປ້ອງກັນການເກີດອຸບັດເຫດກໍ່ຕາມ. ບັນຫາຕົ້ນຕໍ ທີ່ຍັງແກ້ບໍ່ຕົກທີ່ກໍ່ໃຫ້ເກີດອຸບັດເຫດແມ່ນເກີດ ຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຊຶ່ງອຸບັດເຫດສ່ວນຫຼາຍແມ່ນເກີດໃນມື້ທີ່ມີເທດສະການຕ່າງໆ ເຊັ່ນ: ງານສັງສັນ, ບຸນປະເພນີຕ່າງໆ, ງານສະຫຼອງວັນສໍາຄັນຕ່າງໆ.
ອີງຕາມສະຖິຕິສົມທຽບອຸບັດເຫດໃນຂອບເຂດທົ່ວປະເທດ ຈາກກົມໃຫຍ່ຕໍາຫຼວດ ໃນໄລຍະ 5 ວັນອັນຕະລາຍ( ໃນໄລຍະ 5 ວັນກ່ອນ ແລະ ຫຼັງວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ນັບແຕ່ວັນທີ 29 ທັນວາ 2020 ຫາ 2 ມັງກອນ 2021) ມີຜູ້ເສຍຊີວິດເຖິງ 36 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 217 ຄັ້ງ.
ສະເພາະໃນໄລຍະດຽວກັນຂອງປີ2019-2020, ມີຜູ້ເສຍຊີວິດພຽງແຕ່ 27 ຄົນ ຈາກອຸບັດເຫດ ທີ່ເກີດຂຶ້ນ 191 ຄັ້ງ.
ເມື່ອສົມທຽບກັນແລ້ວເຫັນວ່າ,ໃນປີ ນີ້ ຈໍານວນຜູ້ເສຍຊີວິດແມ່ນເພີ່ມຂຶ້ນ 9 ຄົນ ແລະ ຈໍານວນອຸບັດເຫດກໍ່ເພີ່ມຂຶ້ນ 26 ຄັ້ງ.
ກົມໃຫຍ່ຕໍາຫຼວດໃຫ້ຮູ້ຕື່ມອີກວ່າ: ອຸບັດເຫດສ່ວນຫຼາຍແມ່ນເກີດຈາກຜຸ້ຂັບຂີ່ທີ່ເປັນນັກຮຽນ, ນັກສຶກສາ ແລະ ກໍາມະກອນ ຊຶ່ງມັກເກີດຢູ່ໃນເທດສະບານ ແຂວງ ແລະ ເມືອງ.
ຂ່າວ: ວຽງຈັນທາຍ

