ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລວມ 5 ຄົນໃນທົ່ວປະເທດ

ເສຍຊິວິດເພີ່ມອີກ 1 ຄົນຍ້ອນໄຂ້ຍຸງລວມ 5 ຄົນໃນທົ່ວປະເທດ

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງສືບຕໍ່ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ, ມາຮອດປະຈຸບັນນີ້, ມີກໍລະນີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 5 ຄົນ, ໃນນັ້ນ ເສຍຊິວິດໃໝ່ເພີ່ມຂຶ້ນ 1 ຄົນ ໃນວັນທີ 8 ມີຖຸນາ 2020 ຢູ່ ແຂວງ ບໍລິຄໍາໄຊ. ລວມເປັນ 3 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ພົບກໍລະນີຜູ້ເສຍຊິວິດ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 9 ມີຖຸນາ 2020 ວ່າ:ນັບແຕ່ທ້າຍປີ 2019 ຫາ ວັນທີ 8 ມີຖຸນາ 2020 ມີກໍລະນີ ສະສົມຄົນເຈັບພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນທັງໝົດ 1,676 ກໍລະນີ ໃນນັ້ນ ເສຍຊິວິດແລ້ວ 5 ຄົນ ຢູ່ນະຄອນຫຼວງວຽງຈັນ 02 ຄົນ, ແຂວງໄຊຍະບູລີ 01 ຄົນ, ບໍລິຄໍາໄຊ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ.

ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 391 ກໍລະນີ, ແຂວງ ວຽງຈັນ 235 ກໍລະນີ, ອັດຕະປື 213 ກໍລະນີ, ບໍລິຄຳໄຊ 174 ກໍລະນີ, ຄຳມ່ວນ 138 ກໍລະນີ ແລະ ແຂວງອຶ່ນໆ.

ສະພາບການລະບາດ ຂອງຍຸງລາຍ ກຳລັງແຜ່ຂະຫຍາຍ ໃນວົງກວ້າງໃນທົ່ວປະເທດ, ສະນັ້ນເພື່ອຫລຸດຜ່ອນ ແລະ ຢຸດການຕິດເຊື້ອໄຂ້ຍຸງລາຍ ທຸກຄົນຕ້ອງເອົາໃຈໃສ່ ກໍາຈັດແຫລ່ງເພາະພັນຍຸງລາຍໃຫ້ໝົດ ຊຶ່ງມີຫລາຍວິທີ ຄວນດຳເນີນການ ກ່ອນຍັງບໍ່ທັນເປັນໜອນນ້ຳ ຈະດີທີ່ສຸດ ພຽງທຳລາຍແຫລ່ງ ນ້ຳຂັງພາຍໃນເຮືອນ ແລະ ນອກເຮືອນ ທີ່ເປັນແຫລ່ງ ກຳເນີດຂອງຍຸງ, ປ່ຽນນໍ້າທຸກໆ 7 ວັນ ພ້ອມອະນາໄມພາຊະນະທີ່ໃຊ້, ພຽງເທົ່ານີ້ຍຸງລາຍກໍຈະໝົດສິ້ນ ແລະ ຄອບຄົວ ກໍຈະມີ ຄວາມປອດໄພ ຈາກການຕິດເຊື້ອໄຂ້ເລືອດອອກ.

Related Articles

Leave a Reply