ປະຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆ ໄດ້ເພີ່ມຂຶ້ນໃນແຕ່ລະວັນ ເປັນຈໍານວນຫຼາຍໃນຂອບເຂດທົ່ວປະເທດ, ສະເພາະເດືອນມັງກອນ ປີ 2026 ມີຜູ້ເສຍຊີວິດເຖິງ 113 ຄົນ, ມີຜູ້ບາດເຈັບ 1,149 ຄົນ ແລະ ມີ ພາຫະນະເປ່ເພ 1,435 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 801 ຄັ້ງ.
ອີງຕາມຂໍ້ມູນການເກີດອຸບັດເຫດທົ່ວປະເທດປະຈຳເດືອນມັງກອນ 2026 ທີ່ຜ່ານມາ ຂອງກົມຕຳຫຼວດຈາລະຈອນ ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ.
ຈາກອຸບັດເຫດທີ່ເກີດຂຶ້ນດັ່ງກ່າວ, ທາງເຈົ້າໜ້າທີ່ ຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.

