ເສຍຊີວິດ 7 ຄົນ ໃນໄລຍະ 4 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ນະຄອນຫຼວງວຽງ

ເສຍຊີວິດ 7 ຄົນ ໃນໄລຍະ 4 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຢູ່ນະຄອນຫຼວງວຽງ

ໃນໄລຍະ 4 ວັນອັນຕະລາຍສົ່ງທ້າຍປີເກົ່າ 2025 ຕ້ອນຮັບ​ປີໃໝ່​ 2026 ຢູ່ນະຄອນຫຼວງວຽງຈັນ ມີຜູ້​ເສຍຊີວິດ 7 ຄົນ, ມີຜູ້ບາດເຈັບ​ໜັກ​ 3 ຄົນ​, ລົດເປ່ເພເລັກນ້ອຍ 12 ຄັນ, ເປ່ເພ​ສົມຄວນ​ 41 ຄັນ​ ແລະ​ ເປເພໜັກ 1 ຄັນຈາກອຸບັດເຫດ​ເກີດຂຶ້ນ​ທັງໝົດ​ 28​ ກໍລະນີ.

ເສຍຊີວິດ 7 ຄົນປະກອບມີເສຍຊີວິດໃນວັນທີ​ 29​ ທັນວາ​ 2025​ ເສຍຊີວິດ​ 3 ຄົນ ເກີດຂຶ້ນເວລາ​ 16:50​ ໂມງ​ ຢູ່ເສັ້ນທາງນາຄວາຍໃຕ້ ມີຄົນຂີ່ລົດຈັກຊ້ອນສາມກັນມາ ແລ້ວໄປຕຳເອົາທ້າຍລົດບັນທຸກທີ່ຈອດຢູ່ແຄມທາງ ເຮັດໃຫ້ທັງສາມຄົນເສຍຊີວິດຄາທີ່; ວັນທີ​ 30​ ທັນວາ​ 2025 ເສຍຊີວິດ​ 2 ຄົນ: ຢູ່ເສັ້ນທາງບ້ານຊຽງຄວນ ເມືອງ​ຫາດຊາຍ​ຟອງ​ ໄດ້ມີຄົນສອງຄົນຂີ່ລົດຈັກໄຟຟ້ານ້ອຍຊ້ອນທ້າຍກັນມາ ແລ້ວມີລົດຕູ້ມາຕຳເອົາທ້າຍລົດຈັກຄັນດັ່ງກ່າວນັ້ນ ຈຶ່ງເຮັດໃຫ້ທັງສອງຄົນເສຍຊີວິດຄາທີ່; ວັນທີ​ 1 ມັງກອນ​ 2026 ມີຄົນເສຍຊີວິດ 2 ຄົນ ໃນນີ້ 1 ຄົນ ຢູ່ເສັ້ນທາງບ້ານໂພນຄຳ ມີຄົນຂັບຂີ່ລົດຈັກໄປຕຳເອົາງົວ ເຮັດໃຫ້ເສຍຊີວິດຄາທີ່ ສ່ວນງົວກໍ່ບາດເຈັບໜັກ​ ແລະ​ ຜູ້ທີ 2 ຢູ່ເສັ້ນທາງບ້ານດອນກອຍ ມີຄົນຂັບຂີ່ລົດຈັກໄປຕຳເອົາເສົາໄຟຟ້າ ສົ່ງຜົນໃຫ້ເສຍຊີວິດຄາທີ່.

ສາເຫດຂອງອຸບັດເຫດ​ ກໍ່ຍັງແມ່ນບັນຫາເກົ່າ ຄືດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ.

ພາບ: ກູ້ໄພ 1624

Related Articles

Leave a Reply