ໃນໄລຍະ 4 ວັນອັນຕະລາຍສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ, ມີຜູ້ບາດເຈັບໜັກ 3 ຄົນ, ລົດເປ່ເພເລັກນ້ອຍ 12 ຄັນ, ເປ່ເພສົມຄວນ 41 ຄັນ ແລະ ເປເພໜັກ 1 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ 28 ກໍລະນີ.
ເສຍຊີວິດ 7 ຄົນປະກອບມີເສຍຊີວິດໃນວັນທີ 29 ທັນວາ 2025 ເສຍຊີວິດ 3 ຄົນ ເກີດຂຶ້ນເວລາ 16:50 ໂມງ ຢູ່ເສັ້ນທາງນາຄວາຍໃຕ້ ມີຄົນຂີ່ລົດຈັກຊ້ອນສາມກັນມາ ແລ້ວໄປຕຳເອົາທ້າຍລົດບັນທຸກທີ່ຈອດຢູ່ແຄມທາງ ເຮັດໃຫ້ທັງສາມຄົນເສຍຊີວິດຄາທີ່; ວັນທີ 30 ທັນວາ 2025 ເສຍຊີວິດ 2 ຄົນ: ຢູ່ເສັ້ນທາງບ້ານຊຽງຄວນ ເມືອງຫາດຊາຍຟອງ ໄດ້ມີຄົນສອງຄົນຂີ່ລົດຈັກໄຟຟ້ານ້ອຍຊ້ອນທ້າຍກັນມາ ແລ້ວມີລົດຕູ້ມາຕຳເອົາທ້າຍລົດຈັກຄັນດັ່ງກ່າວນັ້ນ ຈຶ່ງເຮັດໃຫ້ທັງສອງຄົນເສຍຊີວິດຄາທີ່; ວັນທີ 1 ມັງກອນ 2026 ມີຄົນເສຍຊີວິດ 2 ຄົນ ໃນນີ້ 1 ຄົນ ຢູ່ເສັ້ນທາງບ້ານໂພນຄຳ ມີຄົນຂັບຂີ່ລົດຈັກໄປຕຳເອົາງົວ ເຮັດໃຫ້ເສຍຊີວິດຄາທີ່ ສ່ວນງົວກໍ່ບາດເຈັບໜັກ ແລະ ຜູ້ທີ 2 ຢູ່ເສັ້ນທາງບ້ານດອນກອຍ ມີຄົນຂັບຂີ່ລົດຈັກໄປຕຳເອົາເສົາໄຟຟ້າ ສົ່ງຜົນໃຫ້ເສຍຊີວິດຄາທີ່. ສາເຫດຂອງອຸບັດເຫດ ກໍ່ຍັງແມ່ນບັນຫາເກົ່າ ຄືດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ.
ແຫຼ່ງຂໍ້ມູນຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ
ພາບ: ກູ້ໄພ 1624

