ບົດລາຍງານສະພາບເສດຖະກິດລາວ (Lao Economic Monitor) ສະບັບຫຼ້າສຸດ ເດືອນທັນວາ 2025 ຂອງ World Bank ທະນາຄານໂລກ ໄດ້ຊີ້ໃຫ້ເຫັນເຖິງສັນຍານການຟື້ນຕົວທີ່ດີຂອງເສດຖະກິດມະຫາພາກ ພ້ອມທັງເນັ້ນໜັກໃຫ້ລັດຖະບານສືບຕໍ່ຮັກສາທ່າແຮງການປະຕິຮູບ ເພື່ອຮອງຮັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ການຫຼຸດລົງຂອງການຊ່ວຍເຫຼືອລ້າຈາກສາກົນ.
ທະນາຄານໂລກ ຊີ້ວ່າ ໃນປີ 2025, ສະພາບເສດຖະກິດຂອງ ສປປ ລາວ ມີການປັບຕົວດີຂຶ້ນຢ່າງເຫັນໄດ້ຊັດເຈນ ໂດຍຄາດການອັດຕາການເຕີບໂຕຢູ່ທີ່ 4.2%. ປັດໄຈຊຸກຍູ້ຫຼັກແມ່ນມາຈາກຂະແໜງການທ່ອງທ່ຽວ, ການບໍລິການຂົນສົ່ງ ແລະ ການຂະຫຍາຍຕົວຂອງຂະແໜງຊັບພະຍາກອນ. ທີ່ໜ້າສົນໃຈແມ່ນ ອັດຕາເງິນເຟີ້ໄດ້ຫຼຸດລົງຢ່າງຮັດກຸມຈາກ 24.5% ໃນປີກ່ອນ ມາຢູ່ທີ່ 8.5% ໃນ 10 ເດືອນທຳອິດຂອງປີ 2025, ເຊິ່ງຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຫຼຸດຜ່ອນພາລະຄ່າຄອງຊີບຂອງປະຊາຊົນ.
ນອກຈາກນີ້, ຄັງສຳຮອງເງິນຕາຕ່າງປະເທດໄດ້ເພີ່ມຂຶ້ນເປັນ 2.8 ຕື້ໂດລາສະຫະລັດ ໃນເດືອນກັນຍາ ຍ້ອນການເກີນດຸນບັນຊີເດີນສະພັດ ແລະ ການກັບມາເຂົ້າເຖິງຕະຫຼາດພັນທະບັດສາກົນອີກຄັ້ງໃນເດືອນພະຈິກ, ເຊິ່ງຊ່ວຍຜ່ອນຄາຍຄວາມກົດດັນດ້ານການຊຳລະໜີ້ສິນໃນໄລຍະກາງ.
ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໄດ້ຢືນຢັນວ່າ ສປປ ລາວ ບັນລຸເກນມາດຕະຖານທັງ 3 ດ້ານຂອງອົງການສະຫະປະຊາຊາດ ແລະ ພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບ LDC ໃນທ້າຍປີ 2026.
ເຖິງຢ່າງໃດກໍຕາມ, ການຫັນປ່ຽນນີ້ໝາຍເຖິງການຫຼຸດລົງຂອງການຊ່ວຍເຫຼືອລ້າ (ODA) ແລະ ສິດທິພິເສດທາງການຄ້າບາງຢ່າງ. ລັດຖະບານໄດ້ວາງ ແຜນຍຸດທະສາດການຫັນປ່ຽນທີ່ລາບລື່ນ (Smooth Transition Strategy) ໂດຍເນັ້ນ 5 ຂົງເຂດການປະຕິຮູບທີ່ສຳຄັນ ຄື:
ການເພີ່ມລາຍຮັບ: ຜ່ານການປະຕິຮູບອາກອນ ແລະ ອາດນຳໃຊ້ອາກອນມູນຄ່າເພີ່ມ (VAT) 10% ຄືນໃໝ່.
ການຄຸ້ມຄອງໜີ້ສິນ: ເລັ່ງເຈລະຈາໜີ້ສິນ ແລະ ສ້າງຄວາມເຂັ້ມແຂງໃນການບໍລິຫານງົບປະມານ.
ການສົ່ງເສີມການລົງທຶນ: ປັບປຸງສະພາບແວດລ້ອມທາງທຸລະກິດດ້ວຍລະບົບດິຈິຕອນ.
ການພັດທະນາຊັບພະຍາກອນມະນຸດ: ເນັ້ນການສຶກສາ ແລະ ປະກັນສັງຄົມ.
ການເຕີບໂຕສີຂຽວ: ລະງັບໂຄງການຂຸດຄົ້ນບໍ່ແຮ່ໃໝ່ ແລະ ເນັ້ນຜະລິດຕະພັນທີ່ມີມູນຄ່າເພີ່ມ.
ບົດລາຍງານຍັງໄດ້ຍົກປະເດັນການຄຸ້ມຄອງຊັບສິນທາງຫຼວງ ເປັນບຸລິມະສິດໃນການສ້າງຄວາມແຂງແກ່ນໃຫ້ເສດຖະກິດ. ຍ້ອນລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ເສັ້ນທາງຂົນສົ່ງທີ່ດີຈຶ່ງເປັນຕົວຕັດສິນຕົ້ນທຶນໂລຈິສຕິກ ແລະ ຂີດຄວາມສາມາດໃນການແຂ່ງຂັນ.
ໃນບົດລາຍງານ ທະນາຄານໂລກໄດ້ແນະນຳໃຫ້ສ້າງຄວາມໝັ້ນຄົງໃຫ້ກອງທຶນທາງ ນຳໃຊ້ຄ່າທຳນຽມນ້ຳໜັກເກີນແບບຂັ້ນໄດ ແລະ ເກັບຄ່າທຳນຽມລົດບັນທຸກໜັກຂ້າມແດນຢ່າງເຂັ້ມງວດ.
ການບຳລຸງຮັກສາແບບບຸລິມະສິດ ຈັດສັນງົບປະມານຢ່າງໜ້ອຍ 50% ໃຫ້ທາງຫຼວງແຫ່ງຊາດ ແລະ ເນັ້ນການສ້ອມແປງແບບປ້ອງກັນກ່ອນເສັ້ນທາງຈະຊຸດໂຊມໜັກ.
ຄວາມໂປ່ງໃສ ໂດຍການຫັນການຄຸ້ມຄອງສັນຍາ ແລະ ການຈັດຊື້ຈັດຈ້າງເປັນລະບົບດິຈິຕອນ ເພື່ອໃຫ້ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງສາມາດຕິດຕາມກວດກາໄດ້.
ການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ນີ້ ຖືເປັນບາດກ້າວປະຫວັດສາດຂອງ ສປປ ລາວ ເພື່ອມຸ່ງໜ້າສູ່ການເປັນປະເທດທີ່ມີລາຍໄດ້ປານກາງ ແລະ ກຸ້ມຕົນເອງຢ່າງຍືນຍົງໃນອະນາຄົດ.

