ທະນາຄານພັດທະນາອາຊີ (ເອດີບີ) ໄດ້ສະໜັບສະໜູນ ເງິນເກືອບ 2 ຕື້ກີບ ໃນການຈັດຫາ ແລະ ຈັດສົ່ງໝໍ້ແທກນໍ້າປະປາ ພ້ອມດ້ວຍອຸປະກອນນໍ້າປະປາ ສໍາລັບຕົວເມືອງໂຄງການກຸ່ມທີ 4 ແລະ 5 ໃນເມືອງຊໍາເໜືອ ແລະ ເມືອງສົບເບົາ ແຂວງ ຫົວພັນ, ເຂດຈຸດສຸມພັດທະນາກຸ່ມບ້ານນໍ້າຖ້ວມ ເມືອງນໍ້າບາກ ແລະ ເມືອງວຽງຄໍາ ແຂວງ ຫຼວງພະບາງ, ເມືອງລະມາມ ແຂວງເຊກອງ ແລະ ເມືອງສາມັກຄີໄຊ ແຂວງ ອັດຕະປື.
ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 1 ຕຸລາ 2020 ນີ້ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ຫົວໜ້າ ກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມປອງ ສິດທິວົງ ແລະ ຜູ້ອໍານວຍການ ບໍລິສັດ ຢູນິກເທັກ ຈໍາກັດ, ທ່ານ ຈັນດາວົງ ສຸດທິທໍາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບ ການຈັດຫາ ແລະ ຈັດສົ່ງໝໍ້ແທກນໍ້າປະປາ ພ້ອມດ້ວຍອຸປະກອນນໍ້າປະປາ ຈະສໍາເລັດສົ່ງໝໍ້ແທກນໍ້າ ແລະ ອຸປະກອນນໍ້າປະປາ ພາຍໃນ 120 ວັນ ພາຍຫຼັງເຊັນສັນຍາ, ໂດຍບໍລິສັດໄດ້ຮັບປະກັນ 1 ປີ ສໍາລັບອຸປະກອນດັ່ງກ່າວ.
ຂ່າວ: ວຽງຈັນທາຍ
ຮູບ: ສັງຄົມໄຊ

