ເຮືອຫຼົ້ມຢູ່ຫຼວງພະບາງບໍ່ມີຜູ້ເສຍຊີວິດ

ເຮືອຫຼົ້ມຢູ່ຫຼວງພະບາງບໍ່ມີຜູ້ເສຍຊີວິດ

ມື້ວານນີ້ວັນທີ 8 ມິຖຸນາ 2020 ໄດ້ເກີດເຫດເຮືອຫຼົ້ມຢູ່ນ້ຳຂອງແຖວປາກຄານ (ບ້ານຊຽງທອງ) ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຍ້ອນເກີດມີລົມແຮງ ແລະ ນໍ້າເປັນຄື້ນໃຫຍ່.

ທ່ານ ວັນໂນ, ປະຊາຊົນຜູ້ເຫັນເຫດການໄດ້ເລົ່າຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວ່າ: ສາເຫດເຮືອຫຼົ້ມດັ່ງກ່າວແມ່ນເກີດຂຶ້ນຕອນຄ້າຍແລງ, ເຮືອໄດ້ຈົມລົງແຕ່ຫົວຫາທ້າຍໂດຍມີຜູ້ຂັບຂີ່ໜຶ່ງຄົນຊຶ່ງເປັນເຈົ້າຂອງເຮືອ ເປັນປະຊາຊົນບ້ານໂພນສະອາດ ລາວໄດ້ໄປຫາປາ, ຫຼັງຈາກທີ່ເຮືອຫຼົ້ມລາວໄດ້ລອຍເຂົ້າຝັ່ງດ້ວຍຄວາມປອດໄພ. ເຮືອລຳທີ່ຫຼົ້ມດັ່ງກ່າວເປັນເຮືອນໍາທ່ຽວ ແຕ່ຫຼັງຈາກມີການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວ ເຈົ້າຂອງເຮືອຈຶ່ງໄດ້ນໍາເຮືອໄປຫາປາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply