ແຂວງຊຽງຂວາງພ້ອມແລ້ວສໍາລັບການປ່ອນບັດເລືອກຕັ້ງ ສສຊ ສະໄໝທີ 9 ແລະ ສສຂ ສະໄໝທີ 2

ແຂວງຊຽງຂວາງພ້ອມແລ້ວສໍາລັບການປ່ອນບັດເລືອກຕັ້ງ ສສຊ ສະໄໝທີ 9 ແລະ ສສຂ ສະໄໝທີ 2

 ແຂວງຊຽງຂວາງແມ່ນເຂດເລືອກຕັ້ງທີ 9 ໂດຍມີຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ຈໍານວນ 10 ທ່ານ ເລືອກເອົາ 7 ທ່ານ ແລະ ມີຜູ້ສະໝັກເປັນສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ສະໄໝທີ 2 ຈໍານວນ 39 ທ່ານ ເລືອກເອົາ 25 ທ່ານ ໂດຍມີຜູ້ມີສິດປ່ອນບັດທັງໝົດ 163.582 ຄົນ, ມີໜ່ວຍປ່ອນບັດ 368 ໜ່ວຍ, ໃນນີ້ມີໜ່ວຍເຄື່ອນທີ່ 67 ໜ່ວຍ.

ສະພາປະຊາຊົນແຂວງໄດ້ເປີດກອງປະຊຸມຕິດຕາມກວດກາຂອງຄະນະກໍາມະການເລືອກຕັ້ັງລະດັບຊາດຂຶ້ນ ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໂດຍການເປັນປະທານຂອງທ່ານ ປອ ບົວຄໍາ ທິບພະວົງ ປະທານ ກໍາມາທິການຍຸດຕິທໍາ, ກໍາມະການອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງແສງຄໍາ ຊົ່ງຊະນະ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີຄະນະປະຈໍາສະພາ, ມີຫົວໜ້າອະນຸກໍາມະການເລືອກຕັ້ງຂັ້ນແຂວງ​ແລະທີ​ມງານ​ທີ່​ມາ​ຈາກ​ສະພາ​ແຫ່ງ​ຊາດເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະພາປະຊາຊົນແຂວງຊຽງຂວາງ (ສສຂ) ຊຸດທີ 2 ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021 ນີ້ ໃນຂອບເຂດທົ່ວປະເທດ.

ຂ່າວ​: ນາງສຸກ​ສະຫວັນ ​ອິນທະ​ແສງ

Related Articles

Leave a Reply