ໂຄງການກໍ່ສ້າງລະບົບນໍ້າປະປາ ເມືອງອານຸວົງ ສາມາດຜະລິດນໍ້າປະປາໄດ້ 710 ແມັດກ້ອນຕໍ່ມື້

ໂຄງການກໍ່ສ້າງລະບົບນໍ້າປະປາ ເມືອງອານຸວົງ ສາມາດຜະລິດນໍ້າປະປາໄດ້ 710 ແມັດກ້ອນຕໍ່ມື້

ໂຄງການກໍ່ສ້າງລະບົບນໍ້າປະປາ ບ້ານອອມ, ເມືອງອານຸວົງ, ແຂວງໄຊສົມບູນທີ່ ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015, ມາຮອດປັດຈຸບັນ ໄດ້ສໍາເລັດແລ້ວ 100 % ຊຶ່ງສາມາດຜະລິດນໍ້າປະປາໄດ້ 710  ແມັດກ້ອນ/ມື້, ມູນຄ່າການກໍ່ສ້າງທັງໝົດ 9 ຕື້ ກວ່າກີບ.

ໂຄງການກໍ່ສ້າງລະບົບນໍ້າປະປາ ບ້ານອອມ ເປັນໂຄງການສະເໜີເຂົ້າແຜນງົບປະມານ ໃນໄລຍະທີ່ບໍ່ທັນສ້າງຕັ້ງແຂວງໄຊສົມບູນ, ຊຶ່ງເປັນໂຄງການຈຸດສຸມບຸລິມະສິດຂອງລັດຖະບານ, ກໍ່ຄືຂອງແຂວງທີ່ເຫັນຄວາມສໍາຄັນ ແລະ ຈໍາເປັນໃນການພັດທະນາພື້ນທີ່ດັ່ງກ່າວ ໃຫ້ມີນໍ້າສະອາດສະໜອງໃຫ້ພໍ່ແມ່ປະຊາຊົນ ໄດ້ຊົມໃຊ້ ທັງເປັນການເສີມສ້າງທ່າແຮງ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມສະດວກສະບາຍ, ທໍາມາຫາກິນ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນ.

ພິທີມອບ-ຮັບ ໂຄງການດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 8 ທັນວາ 2020 ຜ່ານມາ ທີ່ບ້ານອອມ ລະຫວ່າງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ທ່ານ ຢໍ້ເລົາ ຢົງຊາ, ຫົວໜ້າລັດວິສາຫະກິດນໍ້າປະປາ ແຂວງ,​ ທ່ານ ພູໂຂງ ພົມມະໄຊສີ ແລະ ປະທານບໍລິສັດ ບຸນໂຮມກໍ່ສ້າງເຄຫາ ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ,​ ທ່ານ ທະນູສອນ ປັນຍານຸວົງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ+ພາບ: ສຸກສັນ

Related Articles

Leave a Reply