ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປັບປ່ຽນທິດທາງການສັນຈອນ

ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະປັບປ່ຽນທິດທາງການສັນຈອນ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນຈະປັບປ່ຽນທິດທາງການສັນຈອນເພື່ອຮອງຮັບໃຫ້ແກ່ການລະບາຍການສັນຈອນ ໃນການເປີດໃຫ້ບໍລິການລົດເມດ່ວນ (BRT) ໃຫ້ມີຄວາມໂລ່ງລ່ຽນ, ຫຼຸດຜ່ອນບັນຫາລົດຕິດໂດຍຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ ວັນທີ 28 ກຸມພາ 2026 ເປັນຕົ້ນໄປ.

ເສັ້ນທາງທີ່ຈະປັບປ່ຽນທິດທາງການສັນຈອນດັ່ງກ່າວລວມມີ​ຖະໜົນ ດອນຈັນ (ແຄມຂອງ) ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ, ສີ່ແຍກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ. ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ຂາລົງ ປ່ຽນມາເປັນ ສອງທິດທາງ (Two way) ສາມາດແລ່ນສວນກັນໄດ້; ຖະໜົນ ຟ້າງຸ່ມ ເລີ່ມແຕ່ ສາມແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ ຈາກເດີມເປັນການສັນຈອນທິດທາງດຽວ (One way) ຂາຂຶ້ນ ໄດ້ປ່ຽນມາເປັນ ທິດທາງ ຂາລົງ ຜູ້ນຳໃຊ້ລົດ ໃຊ້ຖະໜົນ ຕ້ອງຂັບຂີ່ລ່ອງລົງມາຈາກ ແຍກປາກປ່າສັກ ຫາ ຖະໜົນ ທ່າເດື່ອ; ​ຖະໜົນ ເຈົ້າອານຸ ເລີ່ມແຕ່ ສີ່ແຍກໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ ຫາ ຖະໜົນ ຟ້າງຸ່ມ ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ຂາລົງ ຂັບຂີ່ຈາກ ຖະໜົນ ຟ້າງຸ່ມ ລົງມາຫາ ໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ. ປະຈຸບັນ ໄດ້ປ່ຽນມາເປັນ ທິດທາງດຽວ (One way) ຂາຂຶ້ນ ຈາກໄຟອຳນາດ ໂທລະໂຄ່ງ ຂອງ ຖະໜົນ ຂຸນບູລົມ ຫາ ຖະໜົນ ຟ້າງຸ່ມ ເທົ່ານັ້ນ, ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງການສັນຈອນ ທີ່ກຳນົດໄວ້; ຖະໜົນ ຝຣັ່ງຊົວຢິນເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ເສດຖາທິລາດ ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way); ​ຖະໜົນ ໜໍ່ແກ້ວກຸມມານເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ແມ່ນສາມາດຂັບຂີ່ສວນທາງກັນໄດ້ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້; ​ຖະໜົນ ມານທາຕຸລາດເລີ່ມແຕ່ ຖະໜົນ ຟ້າງຸ່ມ ຫາ ຖະໜົນ ສາມແສນໄທ) ຈາກເດີມເປັນການສັນຈອນ ທິດທາງດຽວ (One way) ໄດ້ປ່ຽນມາເປັນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ແມ່ນສາມາດຂັບຂີ່ສວນທາງກັນໄດ້ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້; ​ຖະໜົນ ກາລິນີ (Gallieni) ຕໍ່ໜ້າ ສະຖານທູດຝຣັ່ງເລີ່ມແຕ່ ຖະໜົນ ເສດຖາທິລາດ ຫາ ຖະໜົນ ຄູວຽງ ຈາກເດີມເປັນການສັນຈອນທິດທາງດຽວ (One way) ຂາລົງ ປະຈຸບັນ ໄດ້ມີການປັບປຸງໃຫ້ເປັນການສັນຈອນ ສອງທິດທາງ (Two way) ຜູ້ນຳໃຊ້ລົດ ໃຊ້ຖະໜົນ ສາມາດຂັບຂີ່ສວນທາງກັນໄດ້ ທັງຂາຂຶ້ນ ແລະ ຂາລົງ, ແຕ່ ຫ້າມລ້ຽວຂວາ ຂຶ້ນໄປທາງ ຫໍພະແກ້ວ, ໃຫ້ລ້ຽວຊ້າຍ ລົງມາທາງ ວັດສີເມືອງ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງການສັນຈອນ ທີ່ກຳນົດໄວ້; ​ຖະໜົນ ມະໂຫສົດ ເລີ່ມແຕ່ ໄຟອຳນາດ ແພດສາດ ຫາ ໄຟອຳນາດ ໂຮງໝໍມະໂຫສົດ ໄດ້ເພີ່ມຊ່ອງທາງການສັນຈອນມາເປັນການສັນຈອນສອງທິດທາງ (Two way) ນຳໃຊ້ສະເພາະລົດເມ (BRT) ໃຫ້ສາມາດຂັບຂີ່ໄດ້ ສອງທິດທາງ ຂຶ້ນ-ລົງ ໄດ້, ແຕ່ສຳລັບລົດທົ່ວໄປ ແມ່ນນຳໃຊ້ທິດທາງດຽວ (One way) ນຳໃຊ້ເລນເບື້ອງຂວາມື ສາມາດຂັບຂີ່ຂຶ້ນໄປ ຈາກໄຟອຳນາດ ແພດສາດ ຫາ ໄຟອຳນາດ ໂຮງໝໍມະໂຫສົດ, ແຕ່ບໍ່ສາມາດຂັບຂີ່ມາ ຈາກ ໄຟອຳນາດ ໂຮງໝໍມະໂຫສົດ ຫາ ໄຟອຳນາດ ແພດສາດ (ຫ້າມໄປຊື່) ໃຫ້ລ້ຽວຂວາ ລົງໄປຕາມຖະໜົນ ເສດຖາທິລາດ ແລ້ວໄປຕາມຈຸດປະສົງ ໂດຍໃຫ້ປະຕິບັດຕາມເຄື່ອງໝາຍ ແລະ ທິດທາງຂອງການສັນຈອນ ທີ່ກຳນົດໄວ້, ສຳລັບລົດທົ່ວໄປທີ່ອອກມາແຕ່ ເສັ້ນທາງດ້ານຂ້າງ ສະຖານທູດຝຣັ່ງ ໃຫ້ລ້ຽວຂວາ ໄປທາງຖະໜົນ ຄູວຽງ, ແຕ່ ຫ້າມລ້ຽວຊ້າຍ ຂຶ້ນໄປຫາ ຖະໜົນ ມະໂຫສົດ; ​ຖະໜົນທີ່ລົດເມດ່ວນ (BRT) ແລ່ນສວນທິດທາງກັບການສັນຈອນທົ່ວໄປແມ່ນເລີ່ມແຕ່ ສີ່ແຍກແພດສາດ, ຖະໜົນ ສາມແສນໄທ ແລະ ເຂົ້າສູ່ ຖະໜົນ ມະໂຫສົດ ສືບຕໍ່ແລ່ນສອງທິດທາງ ໄປຖະໜົນ ເສດຖາທິລາດ ຮອດ ວັດອິນແປງ ສືບຕໍ່ແລ່ນໄປຕາມ ຖະໜົນ ສຸພານຸວົງ ລ້ຽວຂວາ ໄປຫາ ຖະໜົນ ສີຖານ ແລະ ລ້ຽວຊ້າຍ ຂຶ້ນໄປຫາ ຖະໜົນ ສາມແສນໄທ ແລ້ວຂັບຂີ່ໄປຕາມເສັ້ນທາງຂອງລົດເມ (BRT). ພາຫະນະທົ່ວໄປ ທີ່ສັນຈອນມາແຕ່ຖະໜົນ ສາມແສນໄທ ແມ່ນຫ້າມລ້ຽວຊ້າຍ ເຂົ້າສູ່ຖະໜົນສີຖານ (ໄປສູນສຸຂະພາບ ແລະ ພັດທະນາໄວໜຸ່ມ ນະຄອນຫຼວງວຽງຈັນ).

Related Articles

Leave a Reply