ໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ (Laos- International Precious Metals Refinery ຫຼື LIPMER) ຢູ່ ນະຄອນຫຼວງວຽງຈັນມີກຳລັງການຜະລິດ ແລະ ກັ່ນຫຼອມຄຳໄດ້ເຖິງ 150ໂຕນຕໍ່ປີ ໄດ້ມີພິທີເປີດການບໍລິການຢ່າງເປັນທາງການ ເມື່ອມໍ່ໆມານີ້ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ທ່ານ ຈັນທອນ ສິດທີໄຊ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ກ່າວວ່າ: ເປັນເວລາຫຼາຍສິບປີ ທີ່ປະເທດເຮົາ ຈຳເປັນໄດ້ສົ່ງອອກແຮ່ຄຳໃນຮູບແບບວັດຖຸດິບໄປກັ່ນຫຼອມຢູ່ຕ່າງປະເທດ ແຕ່ໃນມື້ນີ້ເປັນຕົ້ນໄປ, ໂຮງງານກັ່ນຫຼອມ ວັດຖຸມີຄ່າ ລາວ-ສາກົນ ຈະຂໍປະຕິບັດໜ້າທີ່ປະກອບສ່ວນຊ່ວຍປະເທດຊາດ ໃນວຽກງານການກັ່ນຫຼອມວັດຖຸດິບແຮ່ຄຳ ທີ່ຂຸດຄົ້ນໄດ້ຈາກພາຍໃນ ແລະ ຕ່າງປະເທດ ເພື່ອປົດລັອກອຸປະສັກ ແລະ ສິ່ງທ້າທາຍ ທີ່ຕິດພັນກັບທ່າແຮງຂອງອຸດສາຫະກຳແຮ່ທາດກໍຄື ຄຳ ໃຫ້ເກີດປະສິດທິພາບ ແລະ ຜົນປະໂຫຍດສູງສຸດ ກ້າວໄປສູ່ການເປັນໜຶ່ງໃນຂະແໜງເສດຖະກິດປາຍແຫຼມ, ນຳເອົາຈຸດແຂງທີ່ມີ ເພື່ອສ້າງໃຫ້ເປັນຈຸດຂາຍ, ຍົກລະດັບຕໍ່ຍອດຄຸນນະພາບຄຳລາວ ຈາກແຮ່ທາດໃນດິນ ໃຫ້ກາຍເປັນຊັບສິນຄັງສະສົມສຳຮອງຂອງຊາດ ເພື່ອພ້ອມຮັບມືກັບທຸກໆສະຖານະການຄວາມຜັນຜວນຂອງເສດຖະກິດໂລກ ຢ່າງມີສະຖຽນລະພາບ ແລະ ທ່າອ່ຽງທີ່ດີ.
ໂຮງງານແຫ່ງນີ້ໄດ້ຕິດຕັ້ງຫ້ອງທົດລອງວິເຄາະ ແລະ ເຄື່ອງຈັກລະບົບອັດຕະໂນມັດ ທີ່ທັນສະໄໝ, ປອດໄພ, ມີຄວາມແມ່ນຢໍາສູງ ແລະ ເປັນມິດກັບສິ່ງແວດລ້ອມ ຮັບປະ ກັນການຜະລິດທີ່ສະອາດ ປາສະຈາກການທຳລາຍທຳມະຊາດ ເຊິ່ງມີກຳລັງການຜະລິດ ແລະ ກັ່ນຫຼອມຄຳໄດ້ສູງເຖິງ 150 ໂຕນຕໍ່ປີ ສາມາດກັ່ນຫຼອມຄວາມບໍລິສຸດຂອງຄຳໄດ້ຢ່າງໜ້ອຍ 99,99% ແລະ 99,999% ອັນເປັນມາດຕະຖານທີ່ທົ່ວໂລກຍອມຮັບ ແລະ ຊື້-ຂາຍ ແລກປ່ຽນໝູນວຽນໄດ້ຢ່າງຄ່ອງຕົວໃນຕະຫຼາດຄຳໂລກ.
ທີ່ມາຂ່າວ: ເສດຖະກິດ ສັງຄົມ

