ອຳນາດການປົກຄອງ ແຂວງໄຊສົມບູນ ຫັວງວ່າໂຄງການປູກ ຝັງ-ລ້ຽງສັດ ຄົບວົງຈອນຈະສາມາດພັດທະນາເສດຖະກິດ-ສັງ ຄົມຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນພາຍຫັຼງສຳເລັດການລົງເກັບກຳຂໍ້ມູນໂຄງການດັ່ງກ່າວ.
ທ່ານ ລູຊີ ຢໍລໍເຍັຍລົງ ຫົວໜ້າ ພະແນກກະສິກຳ ແຂວງໄຊສົມບູນ ໄດ້ກ່າວໃນພິທິເປີດກອງປະຊຸມເພື່ອທົບທວນຜົນສຳເລັດການລົງເກັບກຳຂໍ້ມູນໃນໂຄງການປູກຝັງ-ລ້ຽງສັດ ພາຍໃນແຂວງ, ເຊິ່ງໄດ້ຈັດຂຶ້ນໃນວັນ ທີ 20 ພຶດສະພາ 2020 ເພື່ອຜ່ານບົດວິພາກເສດຖະກິດເຕັກນິກກະສິກຳຂອງໂຄງການ.
ທ່ານ ລູຊີ ຢໍລໍເຍັຍລົງ ໄດ້ກ່າວວ່າ ພະນັກງານພວກເຮົາການໄດ້ເລີ່ມລົງເກັບກຳຂໍ້ມູນນັບແຕ່ວັນທີ 11 ພະຈິກ 2019 ແລະ ສຳເລັດໃນເດຶອນເມສາ ປີ 2020 ໂດຍເຈົ້າຂອງໂຄງການ ແມ່ນກຸ່ມບໍລິສັດຄຳໄພຊະນະ. ຜົນໄດ້ຮັບແມ່ນການລົງສໍາຫຼວດວັດແທກເນື້ອທີ່ດິນສ້າງຟາມ ລ້ຽງສັດເປັນຕົວແບບຢູ່ບ້ານກໍໄຮ ໃນເນື້ອທີ່ 100 ຮຕ, ສໍາເລັດການສໍາຫຼວດພື້ນທີ່ດິນ ທີ່ຈະສ້າງກິດຈະກໍາປູກຝັງລ້ຽງສັດຢູ່ເມືອງທ່າໂທມ ແລະ ເມືອງ ລ້ອງແຈ້ງ, ມີປະຊາຊົນທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການຈໍານວນ 881 ຄອບຄົວໃນ 44 ບ້ານ ຈາກສອງເມືອງເປົ້າໝາຍ.
ໂຄງການດັ່ງກ່າວນີ້ ແມ່ນສາມາດເຮັດໃຫ້ການຜະລິດສິນຄ້າມີການຂະຫຍາຍຕົວ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ, ພາຍໃຕ້ນະໂຍບາຍຂອງໂຄງການ. ປະຈຸບັນບໍລິສັດເຈົ້າຂອງໂຄງການໄດ້ມອບແນວພັນງົວໃຫ້ປະຊາຊົນ ຈຳນວນ 209 ໂຕ ມາຮອດປະຈຸບັນແມ່ນເກີດລູກໄດ້ 40 ໂຕລວມທັງມອບແນວພັນຫຍ້າ ໃຫ້ປະຊາຊົນທີ່ເຂົ້າຮ່ວມໂຄງການ.
ນອກນີ້ ທາງໂຄງການຍັງໄດ້ແຕ່ງຕັ້ງວິຊາການລົງຕິດຕາມແນະນໍາເຕັກນິກ ການລ້ຽງການໃຫ້ອາຫານ, ລົງສັກຢາປິ່ນປົວປ້ອງກັນພະຍາດສັດໃຫ້ປະຊາຊົນ.
ຂ່າວ: ເພັດໂພໄຊ
ພາບ: ແຂວງໄຊສົມບູນ

