ໄຟໄໝ້ລາມປ່າສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ

ໄຟໄໝ້ລາມປ່າສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ

ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ໄຟໄໝ້ລາມປ່າໃນໄລຍະຜ່ານມາສວ່ນຫຼາຍແມ່ນເກີດ ຈາກປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່, ຈູດໄຮ່, ຈູດຄັງລ້ຽງສັດ ແລະ ບຸກຄົນຈຳນວນ ໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດ ຊຶ່ງສ່ວນຫຼາຍແມ່ນເກີດຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ແຂວງໄຊຍະບູລີ. ສະເພາະປີ 2020 ຜ່ານມາ, ເນື້ອທີ່ປ່າໄມ້ຢູ່ລາວຖືກເສຍຫາຍຍ້ອນ ໄຟໄໝ້ລາມປ່າເຖິງ 209.682 ເຮັກຕາ.
ກົມປ່າໄມ້ ໃຫ້ຮູ້ຕື່ມອີກວ່າ: ເພື່ອປ້ອງກັນໄຟໄໝ້ລາມປ່າໃນໄລຍະທີ່ມີຄວາມແຫ້ງແລ້ງທີ່ສຸດຄືໃນເດືອນ ເມສານີ້, ກົມປ່າໄມ້ ໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບໃນການປ້ອງກັນໄຟໄໝ້ລາມປ່າຂຶ້ນ 4 ຄະນະ ເຊີ່ງຄະນະທຳອິດຈະເຄື່ອນໄຫວຢູ່ 3 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ກ່ອນປີໃໝ່ລາວປີນີ້, ຄະ ນະທີ 2 ຈະເຄື່ອນໄຫວຢູ່ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງຫົວພັນ, ຄະນະທີ 3 ຈະເຄື່ອນໄຫວຢູ່ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ແລະ ຄະນະສຸດ ທ້າຍຈະເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

ຂ່າວ: ບຸນຕຽງ ຈັນທະວົງ

ພາບ: ບຸນຍັງ ພຸດສະຫວັດ

Related Articles

Leave a Reply