ໄຟໄໝ້ ເຮືອນປະຊາຊົນ ໜຶ່ງຫຼັງ ຢູ່ບ້ານໂພນໄຊ, ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ບໍ່ມີຜູ້ບາດເຈັດ ແລະ ເສຍຊິິິວິດ, ແຕ່ມູນຄ່າຄວາມເສຍຫາຍ ຫຼາຍກວ່າ 150 ລ້ານກີບ.
ທ່ານ ພັນຕີ ສະແວງ ແສງມະນີ, ຫົວໜ້າຫ້ອງການພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນເວລາປະມານ 20 ໂມງ 20 ນາທີ ຂອງມື້ວານນີ້ ໄດ້ເກີດເຫດໄຟໄໝ້ເຮືອນຂອງປະຊາຊົນ ໜຶ່ງຫຼັງ ຢູ່ບ້ານໂພນໄຊ, ເຊິ່ງເປັນເຮືອນຂອງ ນາງ ອູພາ ສົມໃຈ, ອາຍຸ 70 ປີ.
ເຫດການດັ່ງກ່າວ ເຈົ້າໜ້າທີ່ ໄດ້ນຳລົດດັບເພີງ 3 ຄັນ ເພື່ອດັບໄຟ, ເຊິ່ງໃຊ້ເວລາ 1 ຊົ່ວໂມງ ຈຶ່ງສາມາດມອດໄຟ ໄດ້. ເຫດໄຟໄໝ້ເຮືອນດັ່ງກ່າວ ອາດເກີດຈາກໄຟຟ້າລັດວົງຈອນ.
ສຳລັບເຫດການດັ່ງກ່າວ, ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ເຕືອນປະຊາຊົນທຸກຄົນໃຫ້ມີສະຕິລະວັງຕົວໂດຍສະເພາະໃນ ການປ້ອງກັນອັກຄີໄພໃນໄລຍະນີ້, ເນື່ອງຈາກວ່າ ໄຟໄໝ້ ສ່ວນໃຫຍ່ເກີດຂຶ້ນໃນລະດູຮ້ອນ.
ຂ່າວ: ວຽງຈັນທາຍ

