ໄລຍະ 1 ເດືອນມານີ້ມີຜູ້ຕິດເຊື້ອໄຂ້ຍຸງ ລາຍແລ້ວ 115 ຄົນໃນຂອບເຂດທົ່ວປະເທດ

ໄລຍະ 1 ເດືອນມານີ້ມີຜູ້ຕິດເຊື້ອໄຂ້ຍຸງ ລາຍແລ້ວ 115 ຄົນໃນຂອບເຂດທົ່ວປະເທດ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ຖືວ່າເປັນປະກົດການໃໝ່ຂອງໄຂ້ຍຸງລາຍເພາະໃນໄລຍະທີ່ຜ່ານມາໄຂ້ຍຸງລາຍຈະສາມາດແຜ່ເຊື້ອໄດ້ສະເພາະໃນລະດູຝົນເທົ່ານັ້ນ ແຕ່ປັດຈຸບັນນີ້ພົບວ່າມີ ຜູ້ຕິດ ເຊື້ອໄຂ້ຍຸງໃນລະດູໜາວນຳອີກ.ກົມຄວບຄຸມພະຍາດຕິດຕໍ່ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ນັບແຕ່ວັນທີ 26 ທັນວາ 2020 – 9 ກຸມພາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວທັງໝົດ 115 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 31 ຄົນ, ອັດຕະປື 30 ຄົນ, ແຂວງຫຼວງພະບາງ 15 ຄົນ, ແຂວງວຽງຈັນ 9 ຄົນ, ແຂວງຄຳມ່ວນ 8 ຄົນ, ແຂວງອຸດົມໄຊ 6 ຄົນ, ແຂວງເຊກອງ 5 ຄົນ, ແຂວງສາລະວັນ 3 ຄົນ, ແຂວງສະຫວັນນະເຂດ 2 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຫຼວງນໍ້າທາ 2 ຄົນ, ແຂວງໄຊຍະບູລີ 2 ຄົນ ແຕ່ບໍ່ມີຜູ້ເສຍຊີວິດ.

ໃນປີ 2020 ທີ່ຜ່ານມາ, ປະເທດລາວ ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍທັງໝົດ 13 ຄົນ ຊຶ່ງຫຼຸດລົງເຖິງ 63 ຄົນຖ້າທຽບໃສ່ປີ 2019 ທີ່ມີຜູ້ເສຍຊີວິດ 76 ຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply