ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະເໜີທິດທາງແຜນພັດທະນາເສດຖະກິດ ສັງຄົມ 5 ປີຄັ້ງທີ IX (2021-2025) ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາ ປະຊາຊົນນະຄອນຫຼວງທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ເພື່ອເປັນການສົ່ງເສີມໃຫ້ເສດຖະກິດເຕີບໂຕໃນລະດັບສະເລ່ຍບໍ່ໃຫ້ຫຼຸດ 7- 8% ຕໍ່ປີ, ຕະຫຼອດ 5 ປີຂ້າງໜ້າ, ການນໍານະຄອນຫຼວງວຽງຈັນຕ້ອງໄດ້ສ້າງຖານລາຍຮັບໃໝ່ ແລະ ພິຈາລະນາອາກອນຊັບສິນ ອາກອນສິ່ງແວດລ້ອມ ອາກອນຕົວເມືອງ ແລະ ອື່ນໆ ຂະຫຍາຍຖານລາຍຮັບ ແລະ ສົ່ງເສີມໃຫ້ SME ເປັນກຳລັງໜູນເສດຖະກິດ ໂດຍໃຫ້ບັນ ດາຜູ້ປະກອບການ ແລະ ຫົວ ໜ່ວຍທຸລະກິດດັ່ງກ່າວເຂົ້າມາມີສ່ວນຮ່ວມເສດຖະກິດໃນລະບົບຫຼາຍຂຶ້ນ ທັງປັບປຸງຄຸ້ມຄອງ ແລະ ການເກັບອາກອນໃຫ້ມີປະສິດທິພາບດ້ວຍການນຳໃຊ້ເຄື່ອງມືໄອຊີທີ ໃຫ້ທົ່ວເຖິງຫົວໜ່ວຍທຸລະກິດຂະໜາດກາງ ຫາ ຂະໜາດໃຫຍ່.
ທ່ານ ສິນລະວົງ ໄດ້ກ່າວຕື່ມວ່າ: ນອກນັ້ນຕ້ອງໄດ້ສືບຕໍ່ປັບປຸງພາກລາຍຈ່າຍງົບ ປະມານລັດແຕ່ລະຂັ້ນໃຫ້ຈະແຈ້ງ, ປັບປຸງການບໍລິການທາງດ້ານການເງິນ, ການເສຍພາສີອາກອນໃຫ້ມີຄວາມສະດວກວ່ອງໄວ, ປອດໄພ ແລະ ໂປ່ງໃສດ້ວຍການນຳໃຊ້ລະບົບທັນສະໄໝ, ລະດົມທຶນເຂົ້າສູ່ການພັດທະນາດ້ານຕ່າງໆໃນການກໍ່ສ້າງໂຄງລ່າງສາທາລະນະທີ່ຈຳເປັນ ຊຶ່ງລັດ ແລະ ປະຊາ ຊົນພ້ອມກັນເຮັດ ໂດຍທ້ອງ ຖິ່ນນັ້ນລິເລີ່ມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເຮັດໃຫ້ຫຼຸດພົ້ນຈາກຄວາມດ້ອຍພັດທະນາ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສ້າງສິ່ງຈູງໃຈຫຼາຍຮູບແບບ ຄຽງຄູ່ກັບການປັບປຸງ ແລະ ບັງຄັບໃຊ້ລະບຽບມາດຕະການຢ່າງມີປະສິດທິພາບເພື່ອດຶງດູດການລົງທຶນຂອງພາກເອກະຊົນ ຊຸກຍູ້ ແລະ ສົ່ງເສີມການລົງທຶນໃນ 5 ຂະແໜງທີ່ເປັນທ່າແຮງຂອງ ນະຄອນຫຼວງ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງໂທລະຄົມ ແລະ ການສື່ສານ, ຂະແໜງຂົນສົ່ງ ແລະ ບໍລິການທາງຜ່ານເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ແລະ ການບໍລິການ ທັງເປັນການເອື້ອ ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ສ້າງໃຫ້ໄດ້ການຮ່ວມສຳພັນທາງທຸລະກິດ ແລະ ຮ່ວມກຸ່ມການຜະລິດລະຫວ່າງຂະແໜງການ ແລະ ເມືອງດ້ວຍກັນ.
ຂ່າວ: ແສງຈັນ

