12 ບໍລິສັດ ຖືກກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໂຈະດໍາເນີນທຸລະກິດແບບຖາວອນ

12 ບໍລິສັດ ຖືກກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໂຈະດໍາເນີນທຸລະກິດແບບຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າອອກແຈ້ງການໂຈະ ຫຼື ຍູບເລິກ 12 ບໍລິສັດແບບຖາວອນໃນວັນທີ 3 ພະຈິກ 2020 ທີ່ຜ່ານມາ ຍ້ອນວ່າບໍ່ປະຕິບັດຕາມການແຈ້ງການໂຈະການເຄື່ອນໄຫວທຸລະກິດຊົ່ວຄາວສະບັບເລກທີ 337/ຈທວ.ຈທຄວ.ອຄ, ລົງວັນທີ 30 ກັນຍາ 2020 ທີ່ຜ່ານມາ, ຊຶ່ງ 12 ບໍລິສັດປະກອບມີ ບໍລິສັດລາວເວີນ (ຟາມປູກໝາກພ້າວ) ຈໍາກັດ, ບໍລິສັດ ສະລາຢູ ເວັນເນຍ ລາວ ຈໍາກັດຜູ້ດຽວ, ບໍລິສັດ ລາວພັດທະນາກະສິກໍາວິທະຍາສາດຈໍາກັດ, ບໍລິສັດ ລາວ-ຈີນ ເທັກໂນໂລຊີ ຈໍາກັດ, ບໍລິສັດ ເອທີເອ ລາວ ຈໍາກັດຜູ້ດຽວ, ບໍລິສັດລິນທອງການຄ້າ ຂາອອກ-ຂາເຂົ້າຈໍາກັດຜູ້ດຽວ, ບໍລິສັດ ພົມມະສອນ ການຄ້າຈໍາກັດຜູ້ດຽວ, ບໍລິສັດ ເບັນເຊ່ ລາວ ການຄ້າ  ຈໍາກັດຜູ້ດຽວ, ບໍລິສັດ ພູ ປາບ ຝ້າ ລາວ ທາປີໂອກ້າ ຈໍາກັດຜູ້ດຽວ, ບໍລິສັດ ເອັມແອວລັບເບີ ລາວ ຈໍາກັດ, ບໍລິສັດ ຮຸ່ງວິໄລ ການຄ້າຂາອອກ-ຂາເຂົ້າຈໍາກັດ, ບໍລິສັດ ລັດວິສາຫະກິດ ການຄ້າ-ສະບຽງອາຫານ ແຂວງບໍລິຄໍາໄຊ.
12 ບໍລິສັດດັ່ງກ່າວທີ່ຖືກແຈ້ງການຍູບເລິກຖາວອນນີ້ ແມ່ນໃຫ້ປະຕິບັດນັບແຕ່ວັນທີ 3 ພະຈິກ 2020 ນີ້ເປັນຕົ້ນໄປ, ຖ້າບໍລິສັດໃດໜຶ່ງຫາກລະເມີດຈະຖືກປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ໃຫ້ເຈົ້າຂອງບໍລິສັດ ເຂົ້າມາພົວພັນກັບເຈົ້າໜ້າທີ່ທະບຽນວິສາຫະກິດ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ເພື່ອເຂົ້າສູ່ຂັ້ນຕອນການຍູບເລິກຕາມທີ່ກໍານົດໄວ້ໃນກົດໝາຍ, ບຸກຄົນ ຫຼື ນິຕິບຸກຄົນໃດຫາກລະເມີດນອກຈາກຈະຖືກປະຕິບັດມາດຕະການຕາມກົດໝາຍແລ້ວ ຍັງຕ້ອງໄດ້ຮັບຜິດຊອບທັງໝົດຕໍ່ໜ້າກົດໝາຍຈາກຜົນເສຍຫາຍທີ່ຕົນສ້າງຂຶ້ນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply