ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີຮ່າງລາຍງານ ການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ໃນມື້ເຊົ້ານີ້ກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນໄລຍະ 5 ປີ ຜ່ານມາວ່າ: ເຖິງວ່າສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ເຕັມໄປດ້ວຍຄວາມສະຫຼັບສັບຊ້ອນ,ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ ລວມເຖິງປະເທດເຮົາດ້ວຍ, ນອກນັ້ນ ໃນ 5 ປີຜ່ານມາ ປະເທດເຮົາຍັງໄດ້ປະເຊີນໜ້າກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢ່າງໜັກໜ່ວງຮອບດ້ານກະໜໍ່າເຂົ້າຢ່າງເນື່ອງນິດລຽນຕິດ ໃນເວລາດຽວກັນຄວາມຫຍໍ້ທໍ້ໃນສັງຄົມ ກໍ່ເກີດຂຶ້ນຕາມໆມາ ແຕ່ດ້ວຍການນຳພາຊີ້ນໍາທີ່ເປັນເອກະພາບສູງ ຂອງສູນກາງພັກ, ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນລາວ, ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ,ພວກເຮົາສາມາດເຮັດໃຫ້ທິດທາງ, ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ໄດ້ມີຜົນສຳເລັດຫຼາຍປະການ ເປັນທີ່ໜ້າພາກພູມໃຈ, ເສດຖະກິດຂອງປະເທດ ເວົ້າລວມຍັງຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ,ສະຖຽນລະພາບຂອງເສດຖະກິດມະຫາພາກມີບາດກ້າວດີຂຶ້ນ, ສາມາດຄວບຄຸມໄດ້ໄພເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ, ເສດຖະກິດຂອງປະເທດກຳລັງຟື້ນຕົວ ແລະ ໄດ້ມີພື້ນຖານໃນທາງບວກຫຼາຍຂຶ້ນ. ຜົນສຳເລັດທີ່ພົ້ນເດັ່ນ ແມ່ນ :
– ພວກເຮົາ ສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ຕ້ານທຸກການທຳລາຍມ້າງເພທີ່ເລິກແລບຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຕໍ່ປະເທດເຮົາ;ສະກັດກັ້ນ ແລະ ແກ້ໄຂບັນດາເຫດການຫຍໍ້ທໍ້ໃນສັງຄົມ, ກໍາລັງ ປກຊ-ປກສ ເປັນຫຼັກແຫຼ່ງຮ່ວມກັບທຸກກຳລັງພາຍໃນຊາດຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຖືເປັນສະໜາມຮົບໜຶ່ງທີ່ດຸເດືອດ ແຕ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍດ້ວຍຜົນສໍາເລັດເປັນຢ່າງດີ, ກໍາລັງປະກອບອາວຸດ ຍາມໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ເຊິ່ງໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມແຂງ, ໜັກແໜ້ນໃນທຸກດ້ານ ເປັນກ້າວໆມາ.
-ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານທີ່ເປັນພື້ນຖານ,ສາມາດປະຄັບປະຄອງເສດຖະກິດມະຫາພາກ ບໍ່ໃຫ້ຕົກເຂົ້າສູ່ພາວະວິກິດການ. ໄດ້ດຳເນີນບັນດາມາດຕະການຕ່າງໆທີ່ມີຈຸດສຸມດ້ວຍການປັບປຸງລະບອບ, ລະບຽບການ, ກົນໄກຄຸ້ມຄອງເສດຖະກິດ ທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ, ຫັນເປັນທັນສະໄໝໄດ້ຈໍານວນໜຶ່ງ,ອັດຊ່ອງວ່າງການຮົ່ວໄຫຼງົບປະມານຂອງລັດທຸກລະດັບໄດ້ດີຂຶ້ນ; ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳນວນໜຶ່ງຢ່າງຈິງຈັງ,ຂະຫຍາຍການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງ, ສ້າງມູນຄ່າເພີ່ມ;ລະບົບໂຄງລ່າງພື້ນຖານໃໝ່ຈໍານວນໜຶ່ງ ໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ເຮັດໃຫ້ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດຂອງພວກເຮົາ ໄດ້ມີບາດກ້າວບຸກທະລຸໃໝ່.
– ໃນ 5 ປີ ຜ່ານມາ, ພວກເຮົາໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ເປັນໜ້າທີ່ແຖວໜ້າ, ປັບປຸງຄຸນະພາບການຮຽນ-ການສອນ, ສຸມໃສ່ແກ້ໄຂສະພາບຂາດຄູສອນ, ການປະລະການຮຽນຂອງນັກຮຽນ-ນັກສຶກສາ, ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການສ້າງນະວັດຕະກໍາ. ເອົາໃຈໃສ່ຍົກລະດັບການສົ່ງເສີມວຽກງານກັນພະຍາດ, ການປິ່ນປົວສຸຂະພາບ ແລະ ການບໍລິການດ້ານສາທາລະນະສຸກ. ໄດ້ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກຂອງຊາດ. ໄດ້ຖືສຳຄັນການຄຸ້ມຄອງແຮງງານ, ສົ່ງເສີມການພັດທະນາສີມືແຮງງານ,ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ການຊ່ວຍເຫຼືອສົງເຄາະຕ່າງໆ ໄດ້ເປັນຢ່າງດີ.
– ອົງການລັດທຸກຂັ້ນໄດ້ຮັບການປັບປຸງໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ ເພື່ອສູ່ຄຸນະພາບໃໝ່ ໄປຄຽງຄູ່ກັບການສ້າງ,ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຢ່າງເປັນລະບົບ, ເປັນພື້ນຖານອັນເຂັ້ມແຂງ ໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ. ກົງຈັກອົງການລັດຂັ້ນຕ່າງໆ ໄດ້ຮັບການປັບປຸງຕາມທິດກະທັດຮັດ, ມີປະສິດທິພາບ, ຄ່ອງຕົວຂຶ້ນ; ໄດ້ເພີ່ມຄວາມເຂັ້ມງວດວຽກງານກວດສອບ, ກວດກາແລະ ແກ້ໄຂຜົນ ຂອງການກວດກາ ຢ່າງແຂງແຮງ ແລະ ເຂັ້ມງວດ;ຂະບວນຍຸຕິທຳ ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ມີຄວາມຍຸຕິທຳແລະ ໂປ່ງໃສຂຶ້ນຕື່ມບາດກ້າວໜຶ່ງ.
-ໄດ້ຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນວຽກງານແນວໂຮມ,ວຽກງານມະຫາຊົນຂອງພັກ ເປັນກົດໝາຍ ແລະ ນິຕິກໍາ ເປັນພື້ນຖານຄໍ້າປະກັນການປະຕິບັດສິດ, ໜ້າທີ່, ພາລະບົດບາດ ຂອງອົງການເຫຼົ່ານັ້ນໃຫ້ການຂົນຂວາຍສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວ ປະກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ.
– ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງ, ສືບຕໍ່ດຳເນີນນະໂຍບາຍການທູດຢ່າງເປີດກວ້າງ, ຢ່າງເປັນເຈົ້າການໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງຕັ້ງໜ້າ, ສາມາດຮັກສາໄດ້ສະພາບແວດລ້ອມສາກົນທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສາມາດຍົກຖານະບົດບາດຂອງປະເທດເຮົາ ແລະ ຂອງພັກເຮົາ ໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນອີກບາດກ້າວໜຶ່ງທີ່ສຳຄັນ.
– ໃນ 5 ປີຜ່ານມາ ພວກເຮົາໄດ້ສຸມໃສ່ປັບປຸງ,ກໍ່ສ້າງພັກ ທັງ 4 ດ້ານໄປພ້ອມໆກັນ,ເປັນຕົ້ນ:
ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງດ້ານແນວຄິດ-ການເມືອງ, ເຊິ່ງຖືເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່.
ວຽກງານຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກໍາ ຂອງພັກ, ໂດຍສະເພາະການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມີຜົນສຳເລັດທີ່ພົ້ນເດັ່ນ ຕິດພັນກັບການແລກປ່ຽນບົດຮຽນດ້ານທິດສະດີ-ພຶດຕິກຳ ກັບພັກອ້າຍນ້ອງຢ່າງເປັນປົກກະຕິ.
ພັກເຮົາ ໄດ້ຍູ້ແຮງການກໍ່ສ້າງ, ປັບປຸງພັກ ໂດຍຖືເອົາຄຸນະພາບເປັນກົກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ແລະ ຖັນແຖວສະມາຊິກພັກ ມີຈຳນວນເພີ່ມຂຶ້ນ.ອັນພົ້ນເດັ່ນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝໃນທົ່ວພັກ ໂດຍຖືມາດຕະການດັ່ງກ່າວເປັນການປົວແປງພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຍິ່ງຂຶ້ນ ຕິດພັນກັບການຕິດຕາມ, ກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ພາຍໃນພັກ ຢ່າງເຂັ້ມງວດ.
ທຸກໆອົງຄະນະພັກໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຕົນຄຸ້ມຄອງ ກາຍເປັນບ່ອນອີງພື້ນຖານໃຫ້ແກ່ການຄົ້ນຄວ້າສັບຊ້ອນ, ຈັດວາງ ແລະ ບຳລຸງກໍ່ສ້າງພະນັກງານນຳພາຄຸ້ມຄອງແຕ່ລະຂັ້ນ; ປັບປຸງລະບົບການຄຸ້ມຄອງ-ປ້ອງກັນພະນັກງານ,ການປະຕິບັດນະໂຍບາຍຕໍ່ພະນັກງານຢູ່ແຕ່ລະຂັ້ນຢ່າງເໝາະສົມ.
ສັງລວມແລ້ວ, ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ ແມ່ນໃຫຍ່ຫຼວງຮອບດ້ານ ແລະ ມີຄວາມໝາຍສໍາຄັນ ເຊິ່ງໄດ້ມາຍ້ອນການນຳພາຊີ້ນຳ ຢ່າງເຂັ້ມແຂງ, ຖືກຕ້ອງ, ແທດເຖິງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກທຸກຂັ້ນ ກໍຄືການຄຸ້ມຄອງບໍລິຫານ ຂອງອົງການລັດຂັ້ນສູນກາງ ແລະທ້ອງຖິ່ນ; ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ຄວາມສາມາດຂອງພັກເຮົາ ໃນການປະເຊີນ ກັບບັນຫາທີ່ເກີດຂຶ້ນໄດ້ສຳເລັດ, ມີຄວາມບຸກບືນສູ້ຊົນ ແລະ ຕັດສິນໃຈສູງ ຄົ້ນຄວ້າທາງອອກ ແລະ ວາງມາດຕະການອັນຈຳເປັນ ຢ່າງຖືກຕ້ອງ. ການຮູ້ນໍາໃຊ້ ແລະ ເສີມຂະຫຍາຍກຳລັງແຮງ ຂອງຄວາມກ້າວໜ້າວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການແກ້ໄຂບັນຫາ ຢ່າງມີປະສິດທິຜົນ. ປະຊາຊົນລາວບັນດາເຜົ່າ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ສືບຕໍ່ມີຄວາມເຊື່ອໝັ້ນ ຕໍ່ການນຳພາ ຂອງພັກ ແລະ ລັດ, ເຊື່ອໝັ້ນໃນອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດ.
ໃນໂອກາດ ອັນມີຄວາມໝາຍສໍາຄັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໃນຄັ້ງນີ້, ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກ ສະໄໝທີ XIຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະພັກແຕ່ລະຂັ້ນ, ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ປະຊາຊົນລາວ, ຜູ້ປະກອບການ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຮັບຜົນສໍາເລັດ ເປັນຢ່າງດີ, ມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນຄົນລະໄມ້ຄົນລະມື. ໃນໂອກາດນີ້, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂໍສະແດງຄວາມຂອບໃຈຕໍ່ເພື່ອນມິດຜູ້ຢູ່ໃກ້ ແລະ ໄກ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອອັນຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນລາວ ມານະໂອກາດນີ້ ຢ່າງສຸດອົກສຸດໃຈ!
ໃນຖານະທີ່ເປັນພັກປະຕິວັດ, ຢືນບົນຈິດໃຈກ້າເບິ່ງບັນຫາຄວາມຈິງດ້ວຍສັດຈະທຳ ເພື່ອປັບປຸງປ່ຽນແປງຕົນເອງນັ້ນ, ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ,ພວກເຮົາ ກໍຍັງມີຂໍ້ຄົງຄ້າງຈໍານວນບໍ່ໜ້ອຍເປັນຕົ້ນແມ່ນ:
– ການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງ, ຂາດມານະຈິດປະຕິວັດ, ຂາດຄວາມບຸກບືນສູ້ຊົນ, ນໍ້າໃຈຮັບໃຊ້ປະຊາຊົນແລະຄວາມເສຍສະຫຼະເພື່ອສ່ວນລວມໃນຖັນແຖວສະມາຊິກພັກ ແລະ ພະນັກງານການນໍາຫຼັກແຫຼ່ງຈຳນວນໜຶ່ງຢູ່ແຕ່ລະຂັ້ນໄດ້ມີສະພາບຖົດຖອຍລົງ; ຄະນະພັກ, ຮາກຖານພັກຈຳນວນໜຶ່ງບໍ່ໜັກແໜ້ນ,ເກີດມີພະຍາດອາຍາສິດ, ການສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວ.
– ການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສັງຄົມບໍ່ທັນແຂງແຮງ, ກວ້າງຂວາງ; ການຕ້ານ, ການສະກັດກັ້ນ, ການຕອບໂຕ້ຖ້ອຍທໍານອງບິດເບືອນຄວາມຈິງ ດ້ວຍເຈດຕະນາໃສ່ຮ້າຍປ້າຍສີ ແນໃສ່ທຳລາຍພັກ, ທຳລາຍປະເທດຊາດ ຫຼື ເຈດຕະນາປັ່ນປ່ວນ ສ້າງຄວາມແຕກແຍກພາຍໃນຊາດນັ້ນ ບໍ່ທັນແຂງແຮງແລະຍັງຂາດຄວາມແຫຼມຄົມ, ການຄຸ້ມຄອງສື່ສັງຄົມອອນລາຍຍັງມີຂີດຈໍາກັດ, ຄວາມຫຍໍ້ທໍ້ໃນສັງຄົມ ມີທ່າອ່ຽງເພີ່ມຄວາມຮຸນແຮງຂຶ້ນ ໄດ້ສ້າງຄວາມເສຍຫາຍໜັກໜ່ວງໃຫ້ແກ່ສັງຄົມ.
– ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຍັງເປັນສິ່ງທ້າທາຍແລະສົ່ງຜົນກະທົບຕໍ່ບົດບາດການນຳພາຂອງພັກແລະການຄຸ້ມຄອງຂອງລັດກໍຄື ຕໍ່ສະຖຽນລະພາບດ້ານເສດຖະກິດມະຫາພາກ ແລະດ້ານສັງຄົມ-ການເມືອງ;ການຜະລິດສິນຄ້າແລະການບໍລິການເພື່ອທົດແທນການນໍາເຂົ້າຍັງບໍ່ທັນແຂງແຮງ; ສິນຄ້າສົ່ງອອກຕົ້ນຕໍຍັງແມ່ນວັດຖຸດິບ ຫຼື ຖ້າມີການປຸງແຕ່ງ ກໍເປັນພຽງແຕ່ການປຸງແຕ່ງຂັ້ນຕົ້ນເທົ່ານັ້ນ; ການສົ່ງເສີມກຸ່ມການຜະລິດຍັງບໍ່ທັນຄົບຊຸດ ແລະ ແຂງແຮງເທົ່າທີ່ຄວນ;ການຫັນເປັນທັນສະໄໝຍັງມີຄວາມຄືບໜ້າຊ້າ;ກົນໄກ, ລະບອບ, ລະບຽບການຄຸ້ມຄອງ-ບໍລິຫານຍັງບໍ່ທັນໄດ້ຮັບການປັບປຸງຢ່າງເປັນລະບົບ.
– ການອະນຸລັກຮັກສາແລະສົ່ງເສີມຄຸນຄ່າວັດທະນະທໍາ, ການພັດທະນາເສດຖະກິດ ກັບການສ້າງຄວາມສີວິໄລດ້ານຈິດໃຈຍັງບໍ່ທັນກົມກຽວ ແລະ ຄ່ານິຍົມບໍ່ຖືກຕ້ອງ ຍັງບໍ່ທັນໄດ້ຮັບການແກ້ໄຂ; ການລົງທຶນເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດ ຍັງຈໍາກັດ.
– ການວາງແຜນສ້າງແລະປັບປຸງກົດໝາຍແລະ ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນໜັກແໜ້ນ ແລະ ຮັດກຸມ ໄປຕາມແຜນທີ່ວາງໄວ້, ການສ້າງ ແລະ ຮັບຮອງກົດໝາຍ ທີ່ປະກາດໃຊ້ ບໍ່ທັນໜັກແໜ້ນ, ຮັດກຸມ; ສະຕິເຄົາລົບກົດໝາຍຂອງສັງຄົມບໍ່ທັນສູງ, ການລະເມີດກົດໝາຍບໍ່ທັນໄດ້ຮັບການແກ້ໄຂຢ່າງເຂັ້ມງວດ, ເດັດຂາດ ແລະ ທັນການ.
- ການປຸກລະດົມກຳລັງແຮງສັງລວມ, ການເສີມຂະຫຍາຍບົດບາດ, ສິດເປັນເຈົ້າຕົນເອງ, ເພິ່ງຕົນເອງຂອງປະຊາຊົນ ເຂົ້າໃນການພັດທະນາ ຍັງບໍ່ທັນແຂງແຮງ.
– ການຜັນຂະຫຍາຍແນວທາງ, ນະໂຍບາຍ ຂອງພັກ-ລັດໃນຂົງເຂດຕ່າງປະເທດ ບາງດ້ານຍັງບໍ່ທັນຢູ່ໃນທ່າບຸກ, ບໍ່ມີຈຸດສຸມ ແລະ ການຈັດຕັ້ງປະຕິບັດ ຍັງບໍ່ທັນກົມກຽວ, ບໍ່ທັນໂລ່ງລ່ຽນ ແລະ ບໍ່ທັນລວມສູນ.
ຂໍ້ຄົງຄ້າງເຫຼົ່ານັ້ນ ເກີດມາຈາກຫຼາຍສາເຫດທີ່ແຕກຕ່າງກັນ ທັງໃນຕົວ ແລະ ນອກຕົວ, ດັ່ງນີ້:
1.ການນໍາພາຊີ້ນໍາ ຫັນທິດທາງ, ໜ້າທີ່ລວມ ທີ່ກອງປະຊຸມໃຫຍ່ ຄັ້ງທີXIວາງອອກ ແລະ ການຈັດຕັ້ງຜັນຂະຫຍາຍ ບັນດາມະຕິ, ຄໍາສັ່ງ ຂອງສູນກາງພັກ ຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຈຳນວນໜຶ່ງ ຍັງຊັກຊ້າ, ການວາງຄາດໝາຍສູ້ຊົນບໍ່ທັນຈະແຈ້ງ, ບໍ່ຕິດພັນກັບການແກ້ໄຂບັນຫາຕົວຈິງ ຈຶ່ງບໍ່ທັນເຮັດໃຫ້ເກີດມີຂະບວນການອັນຟົດຟື້ນ ແລະ ແຂງແຮງ.
2.ການສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການ ຍັງຊັກຊ້າ,ແນວຄິດຮັກສາເດີມ, ເອື່ອຍອີງ… ບໍ່ທັນໄດ້ຮັບການແກ້ໄຂ, ຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ຕໍ່ວຽກງານບໍ່ທັນສູງ,ພະນັກງານຈຳນວນບໍ່ໜ້ອຍ ແລ່ນນຳແຕ່ຜົນປະໂຫຍດສ່ວນຕົວ, ຂາດສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ຕົກເຂົ້າກົນອຸບາຍຫັນປ່ຽນໂດຍສັນຕິ ແລະ ການຫັນປ່ຽນດ້ວຍຕົນເອງ.
3.ກົງຈັກການຈັດຕັ້ງບາງຂະແໜງການ ແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນ ຍັງໃຫຍ່ໂຕ, ຂາດປະສິດທິພາບ, ການນໍາພາຄຸ້ມຄອງ ມີດ້ານບໍ່ທັນຈະແຈ້ງ, ຮັດກຸມ ແລະ ເຂັ້ມງວດ; ກົນໄກບໍລິຫານ ຍັງມີລັກສະນະອາຍາສິດ,ຫຼາຍຂອດຂັ້ນ, ຄຸມເຄືອ ແລະ ບໍ່ວ່ອງໄວ;ການປະສານງານ ລະຫວ່າງຂັ້ນສູນກາງດ້ວຍກັນ, ຂັ້ນສູນກາງກັບທ້ອງຖິ່ນ ແລະ ຂັ້ນທ້ອງຖິ່ນດ້ວຍກັນ ຍັງບໍ່ທັນໂລ່ງລ່ຽນ,ເມື່ອກວດກາພົບເຫັນຈຸດອ່ອນແລ້ວຍັງມັກໂຍນໄປໂຍນມາ ບໍ່ຢາກຮັບຜິດຊອບ.
4. ພວກຄົນບໍ່ຫວັງດີ ໄດ້ໃຊ້ຮູບການ, ວິທີການໃໝ່ເລິກແລບແນບນຽນກວ່າເກົ່າເພື່ອເຄື່ອນໄຫວມ້າງເພທໍາລາຍ, ສວຍໃຊ້ຈຸດບົກຜ່ອງ ໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ,ປະກົດການຫຍໍ້ທໍ້ໃນສັງຄົມແລະປັດໄຈນອກຕົວອື່ນໆ… ເພື່ອແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັ່ນທອນຄວາມເຊື່ອໝັ້ນຂອງສັງຄົມຕໍ່ພັກ-ລັດ.
ຜ່ານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີXIຂອງພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາ ສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ເຊິ່ງຕ້ອງສືບຕໍ່ຍຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາພາລະກິດປະຕິວັດ ໃນຂັ້ນຕໍ່ໄປ ດັ່ງນີ້:
1.ພັກເຮົາຮັບຮູ້ແຈ້ງວ່າ ການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາ ໃນການນຳພາ ຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ. ພວກເຮົາ ຕ້ອງຍຶດໝັ້ນໃນອັນທີ່ພັກເຮົາຍຶດຖືເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດໃຫ້ສູງຂຶ້ນ ແລະ ຫັນເຂົ້າສູ່ລວງເລິກກວ່າເກົ່າ, ຕັດສິນໃຈປະຕິບັດ ຢ່າງເດັດດ່ຽວໜຽວແໜ້ນ.
2.ການຍົກສູງຄວາມຮັບຜິດຊອບ ໃນການນໍາພາຊີ້ນໍາ ຢ່າງເຂັ້ມແຂງ ແລະ ທັນການ ຂອງຄະນະບໍລິຫານງານສູນກາງພັກ ແມ່ນປັດໄຈຕັດສິນການແກ້ໄຂບັນຫາ.ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງການນຳແຕ່ລະຂັ້ນ, ຂອງສະມາຊິກພັກແຕ່ລະສະຫາຍໃນດ້ານແບບແຜນເຮັດວຽກຢ່າງມີວິທະຍາສາດ, ເອົາການເອົາງານ ແລະ ແບບແຜນການດຳລົງຊີວິດທີ່ປອດໃສ ຕິດພັນກັບການແກ້ໄຂບັນຫາພະນັກງານ ຕາມທິດມີເຂົ້າ-ມີອອກ, ມີຂຶ້ນ-ມີລົງ ຢ່າງເຂັ້ມງວດແມ່ນເປັນປັດໄຈສຳຄັນໃນການຍົກສູງບົດບາດນຳພາຂອງພັກ.
3. ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ການເຄື່ອນໄຫວວຽກງານຕ່າງປະເທດຢ່າງແຂງແຮງ ບົນຈິດໃຈ ເອກະລາດເປັນເຈົ້າຕົນເອງ ແລະ ເປັນເຈົ້າການ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ, ສ້າງສະພາບແວດລ້ອມສາກົນ ທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ.
4.ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການສ້າງການຫັນປ່ຽນທາງດ້ານຈິນຕະນາການ ແລະ ເພີ່ມທະວີການນຳພາຊີ້ນຳຢ່າງຮອບດ້ານຂອງພັກ ໂດຍເລີ່ມຈາກການກຳນົດຂະແໜງທີ່ເປັນທ່າແຮງບົ່ມຊ້ອນຢູ່ແຕ່ລະທ້ອງຖິ່ນ, ສຸມທຶນຮອນ, ສະຕິປັນຍາເຂົ້າໃສ່ການພັດທະນາເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ.
5. ພັດທະນາເສດຖະກິດ ຕ້ອງຕິດແໜ້ນກັບການພັດທະນາວັດທະນະທໍາ-ສັງຄົມ, ຂຸດຄົ້ນກໍາລັງແຮງດ້ານວັດທະນະທຳເຂົ້າໃນການພັດທະນາເສດຖະກິດ;ຢາກພັດທະນາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງຕ້ອງຖືການພັດທະນາສັງຄົມເປັນເປົ້າໝາຍ, ເປັນກຳລັງແຮງ ແລະ ສິ່ງຊຸກດັນ.
6. ຕ້ອງເຊີດຊູບົດບາດນໍາພາ-ຊີ້ນໍາ-ບັນຊາທີ່ເຂັ້ມແຂງ, ປະດິດສ້າງ ແລະ ເປັນເຈົ້າການຂອງຄະນະນຳ ເປັນຕົ້ນຜູ້ເປັນຫົວໜ້າຢູ່ແຕ່ລະບ່ອນ, ໂດຍສະເພາະ ໃນໄລຍະທີ່ພົບຄວາມຫຍຸ້ງຍາກຄະນະພັກ-ຄະນະນຳ ແຕ່ສູນກາງຮອດທ້ອງຖິ່ນ ຕ້ອງຍົກສູງຄວາມຮັບຜິດຊອບບັນຊາ-ຊີ້ນຳຄືການບັນຊາໃນສະໜາມຮົບໜຶ່ງໆ.
7.ເສີມຂະຫຍາຍປະຊາທິປະໄຕຢູ່ພາຍໃນພັກຢ່າງແຂງແຮງ, ຮັບປະກັນໃຫ້ພະນັກງານ-ສະມາຊິກພັກ ແລະ ມະຫາຊົນມີສ່ວນຮ່ວມຫຼາຍຂຶ້ນ ໃນການຕິດຕາມການເຄື່ອນໄຫວ ແລະ ການນຳພາຊີ້ນຳ ຂອງຜູ້ນຳພາ ຢູ່ແຕ່ລະຂັ້ນ.
ຂ່າວ: ວຽງຈັນທາຍ

