7 ວຽກງານທີ່ປະທານປະເທດເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງເລັ່ງແກ້ໄຂຮີບດ່ວນ

7 ວຽກງານທີ່ປະທານປະເທດເນັ້ນໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງເລັ່ງແກ້ໄຂຮີບດ່ວນ

ການຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນກຸ່ມຄົນທີ່ໃຊ້ສື່ອອນລາຍເພື່ອສ້າງຄວາມແຕກແຍກຕໍ່ກັບ ຄວາມສາມັກຄີຂອງຊາດ ແມ່ນ 1 ໃນ 7 ວຽກງານທີ່ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເນັ້ນໃຫ້ ກຳລັງປ້ອງກັນຄວາມສະຫງົບເອົາ ໃຈໃສ່ເປັນພິເສດເພື່ອໃຫ້ສັງຄົມມີຄວາມສະຫງົບສຸກ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສຸນທອນພົດເນື່ອງໃນພິທີໂຮມຊຸມນຸມ ການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມ ຄົບຮອບ 60 ປີ ໃນວັນທີ 5 ເມສາ 2021 ທີ່ຜ່ານມາ ທີ່ສະໂມສອນປ້ອງກັນຄວາມສະຫງົບ (ສະໜາມມ້າ)  ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:ເພື່ອເຮັດໃຫ້ ວຽກງານ ໃນຂົງ ເຂດກໍາລັງ ປ້ອງ ກັນຄວາມສະຫງົບມີການພັດທະນາ ແລະ ມີການເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ,ຢາກໃຫ້ກໍາລັງປ້ອງກັນຄວາມສະຫງົບເອົາໃຈໃສ່ປັບ ປຸງແບບ ແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງອ້າຍນ້ອງພະນັກງານຂົງເຂດປ້ອງກັນຄວາມສະຫງົບເພື່ອໃຫ້ ແທດເໝາະ ກັບສະ ພາບປັດຈຸບັນ, ພ້ອມທັງ ໃຫ້ມີຄວາມພ້ອມທຸກດ້ານໃນການກຽມ ຮັບມືກັບເຫດ ການທີ່ເກີດຂຶ້ນ ແລະ ທີ່ຈະເກີດຂຶ້ນເພື່ອປ້ອງກັນໃຫ້ທັນການໂດຍໃຫ້ມີທັງການປ້ອງກັນເຫດ, ມີທັງການແກ້ໄຂເຫດ ທີ່ຖືກວິທີ ແລະ ແນບນຽນ ສຸຂຸມ ແຕ່ໜັກແໜ້ນເດັດຂາດ, ຕໍາຫຼວດປະຊາຊົນ ຕ້ອງມີນໍ້າໃຈປົກປ້ອງ ຊັບສິນສ່ວນລວມ, ຊັບສິນ ແລະ ຜົນປະໂຫຍດຂອງລັດ, ຊັບສິນ ແລະ ຜົນປະໂຫຍດ ຂອງປະຊາຊົນຢ່າງຖືກຕ້ອງ ແລະ ເປັນທໍາແທ້, ໃຫ້ວິໄຈໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບູລິມະສິດ ຂອງສະພາບການ ທີ່ເກີດຂຶ້ນ ແລະ ມີຢູ່ໃນປະຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດຕາມແຜນບູລິມະສິດໃຫ້ ເກີດເປັນຮູບປະທໍາ, ແກ້ອັນໃດກ່ອນ, ແກ້ອັນໃດຖັດໄປ, ແກ້ໄຂອັນໃດຕ້ອງໃຫ້ຕົກໄປແຕ່ລະອັນແຕ່ລະກ້າວ, ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ກໍາລັງປະກອບອາວຸດປ້ອງກັນຄວາມສະຫງົບ ຕ້ອງສືບຕໍ່ລົງສ້າງຮາກຖານ ຢູ່ທ້ອງຖິ່ນ ໃຫ້ມີຕາໜ່າງການ ປ້ອງກັນຄວາມສະຫງົບ ໃຫ້ຫນັກແໜ້ນເຂັ້ມແຂງ, ດຶງເອົາ ປະຊາ ຊົນເຂົ້າຮ່ວມ ແລະ ເຂົ້າຮ່ວມດ້ວຍ ຄວາມຈິງໃຈ ແລະ ຈິງຈັງ, ດ້ວຍຄວາມຕື່ນຕົວຂອງເຂົາເຈົ້າ, ຢາກໃຫ້ປະຊາຊົນ ເຂົ້າຮ່ວມ, ພະນັກງານ, ນັກຮົບປ້ອງກັນຄວາມສະຫງົບ ຕ້ອງເປັນແບບຢ່າງ, ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ, ເປັນທີ່ເພິ່ງ ຂອງປະຊາຊົນ, ຮ່ວມທຸກຮ່ວມສຸກກັບປະຊາ ຊົນ, ປະຕິບັດຄໍາຂວັນທີ່ວ່າ “ຕໍາຫຼວດ ແລະ ປະຊາຊົນ ໃຫ້ເປັນຄືປາກັບນໍ້າ”.
ທ່ານທອງລຸນໄດ້ກ່າວຕື່ມວ່າ: ກໍາລັງປ້ອງກັນຄວາມສະຫງົບ ໃນຍຸກໃໝ່ຕ້ອງພະຍາຍາມກ້າວສູ່ຄວາມ ທັນສະໄໝ, ກ້າວສູ່ການນໍາໃຊ້ເຕັກໂນໂລຊີໃໝ່, ວິທະຍາສາດໃໝ່ທີ່ສາມາດ ເຊື່ອມສານໄດ້ຢ່າງ ວ່ອງໄວ ທັນການ ແລະ ຊັດເຈນ ທັງຢູ່ ພາຍໃນ ແລະ ຕໍ່ຕ່າງປະເທດ, ໃນຍຸກແຫ່ງສັງຄົມຂໍ້ມູນຂ່າວສານ ທີ່ທັນສະໄໝ ຫຼື ຍຸກຂ່າວສັງຄົມທາງອອນລາຍ ທີ່ແຜ່ຂະຫຍາຍນີ້, ກໍາລັງປ້ອງກັນຄວາມສະຫງົບ ຕ້ອງມີຕາໜ່າງເກັບ ກໍາຂ່າວ ແລະ ຕາໝ່າງຕໍ່ຕ້ານ, ປ້ອງກັນ ແລະ ສະກັດກັ້ນໃຫ້ ທັນການ ແລະ ໄດ້ຜົນ, ບໍ່ປະປ່ອຍໃຫ້ສື່ອອນ ລາຍກາຍ ເປັນອາດສະຍາກໍາທະລຸເຂົ້າທໍາລາຍປະເທດຊາດ ຫຼື ການ ໃຊ້ສື່ອອນລາຍ ສ້າງຄວາມອົນລະເວງ ໃນສັງຄົມ ດ້ວຍການມ້າງຄວາມສາມັກຄີ ສ້າງຄວາມເຂົ້າໃຈຜິດ ແລະ ສ້າງຄວາມເປັນປໍລະປັກຕໍ່ກັນ ໃນສັງຄົມ ແລະ ວຽກງານສຸດທ້າຍກໍາລັງປ້ອງກັນຄວາມສະຫງົບ ຂອງພວກເຮົາ ຍັງຕ້ອງໄດ້ສືບຕໍ່ປະຕິບັດ ແນວທາງການຕ່າງປະເທດ ໂດຍການສືບຕໍ່ຮ່ວມມື ແລະ ຍາດແຍ່ງການສະໜັບສະໜູນ ຈາກເພື່ອນມິດ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ສະຫະພັນຣັດເຊຍ ແລະ ປະເທດເພື່ອນມິດອື່ນໆ.

 ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

Related Articles

Leave a Reply