76 ຄົນເສຍຊີວິດຍ້ອນອຸບັດເຫດໃນເດືອນກັນຍາຜ່ານມາ

76 ຄົນເສຍຊີວິດຍ້ອນອຸບັດເຫດໃນເດືອນກັນຍາຜ່ານມາ

ໃນເດືອນກັນຍາຜ່ານມາ, ມີຜູ້ເສຍຊີວິດ 76 ຄົນ ( ຍິງ 23 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 497 ກໍລະ­ນີ ໃນທົ່ວປະເທດ ທຽບ­ໃສ່ເດືອນສິງຫາ ຫຼຸດລົງ 89 ກໍ­ລະ­ນີ ແຕ່ຜູ້ເສຍຊີ­ວິດເພີ່່ມຂຶ້້້ນ 8 ຄົນ.

ອີງຕາມການລາຍງານສະ­ພາບການເກີດອຸ­ບັດ­ເຫດທົ່ວປະ­ເທດປະ­ຈຳເດືອນກັນຍາ 2020 ຂອງກົມຕຳ­ຫຼວດຈະ­ລາ­ຈອນ ກົມໃຫຍ່ຕຳ­ຫຼວດ ກະ­ຊວງປ້ອງກັນຄວາມສະ­ຫງົບຊາບວ່າ: ສໍາລັບ ການເກີດອຸບັດເຫດໃນເດືອນກັນຍາ ຜ່ານມາ, ມີຜູ້ໄດ້ຮັບບາດ­ເຈັບທັງໝົດ 764 ຄົນ, ຊຶ່ງບາດເຈັບສາ ຫັດ 94ຄົນ, ສົມຄວນ 313 ຄົນ, ເລັກໜ້ອຍ 357 ຄົນ.

ນອກນັ້ນມີພາຫະນະເປ່ເພ 889 ຄັນ, ໃນນັ້ນໃຊ້ການບໍ່ໄດ້ 24 ຄັນ, ຊຶ່ງການເກີດອຸ­ບັດ­ເຫດຢູ່ຕາມສາຍທາງຕ່າງໆໃນທົ່ວປະ­ເທດ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາ­ລົບກົດລະ­ບຽບຈະ­ລາ­ຈອນ ໂດຍສະເພາະ ເມົາແລ້ວຂັບ ຂັບຂີ່ໄວເກີນກຳ­ນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນ­ທາງຮ່ວມກັນ, ແຊງຊ້າຍ-ຂວາບໍ່ຮັບ­ປະ­ກັນ ແລະ ອື່ນໆ.

ເພື່ອຫຼຸດ­ຜ່ອນການເກີດອຸ­ບັດ­ເຫດ ທາງເຈົ້າໜ້າ­ທີ່ຕຳ­ຫຼວດຈະ­ລາ­ຈອນຈຶ່ງຮຽກ­ຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະ­ໜົນຕ້ອງຮ່ວມໃຈກັນປະ­ຕິ­ບັດກົດລະ­ບຽບການສັນ­ຈອນທາງ­ບົກໃຫ້ເຄັ່ງຄັດ ມີສະ­ຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດ­ຈັກຕ້ອງໃສ່ໝວກກັນກະ­ທົບທຸກຄັ້ງ ແລະ ກວດ­ກາສະ­ພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນ­ທາງ ບັນ­ຫາການເກີດອຸ­ບັດ­ເຫດຈຶ່ງຈະຫຼຸດລົງ.

ຂ່າວ: ວຽງຈັນທາຍ

ຮູບ: ໜ່ວຍກູ້ໄຟ

Related Articles

Leave a Reply