ບໍລິສັດ ຮ່ວມລົງທຶນລາວ-ຈີນ ເຂດພັດທະນາກວມລວມໄຊເຊດຖາໃຫ້ຮູ້ວ່າ: ຮອດປັດຈຸບັນໄດ້ມີ 82 ຫົວໜ່ວຍວິສາຫະກິດ ເຂົ້າມາຈົດທະບຽນລົງທຶນໃນເຂດພັດທະນາກວມລວມໄຊເຊດຖາ ຢູ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຊຶ່ງລວມມີຫົວໜ່ວຍວິສາຫະກິດລາວ, ບັນດາປະເທດພາກພື້ນ ແລະ ໃນໂລກ ແລະ ໄດ້ສ້າງວຽກເຮັດງານທໍາແລ້ວ 1.500 ຄົນ ຊຶ່ງ 80 % ແມ່ນແຮງງານລາວ.
ການພັດທະນາເຂດດັ່ງກ່າວໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ແມ່ນສຸມໃສ່ໃນການພັດ ທະ ນາ ໃນຂະແໜງການອຸດສາຫະກໍາ, ໄລຍະທີ 2 ແລະ 3 ແມ່ນພັດທະນາໃນຂະແໜງການຂົນສົ່ງ, ເຂດການ ຄ້າ, ເຂດທີ່ຢູ່ອາໄສ, ເຂດທ່ອງທ່ຽວ ໃຫ້ ກາຍ ເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ.
ປັດຈຸບັນ, ໂຄງການກຽມພັດທະນາໂຄງການ ໃນໄລຍະທີ 2 ແລະ 3 ຄື: ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການກໍ່ ສ້າງເຂດລິເລີ່ມຕົວເມືອງໃໝ່ ຫຼັງຈາກທີ່ສໍາເລັດການພັດທະນາໃນໂລຍະທີ 1 ລວມມີ: ສໍາເລັດການພັດທະນາພື້ນຖານໂຄງລ່າງ ກວມເອົາເນື້ອທີ່ 400 ເຮັກຕາ, ບັນດາເສັ້ນທາງເຊື່ອມຈອດ, ເຂດສີຂຽວ, ລະບົບທໍ່ນໍ້າລວມ, ໂຄງການສະຖານີໄຟຟ້າ 115 ກິໂລວັດ. ສໍາເລັດການກໍ່ສ້າງໂຮງງານມາດຕະຖານ ໂດຍມີເນື້ອທີ່ 80.000 ຕາແມັດ, ສໍາເລັດການກໍ່ສ້າງຕຶກຫໍພັກພະນັກງານ ເພື່ອຮັບຮອງ ແລະ ສາມາດຕອບສະໜອງການບໍລິການ ພື້ນຖານຄວາມຕ້ອງການດ້ານການບໍລິການ ໃຫ້ບັນດາວິສາ ຫະກິດຕ່າງໆໃນເຂດ.
ເຂດພັດທະນາກວມລວມໄຊເຊດຖາ ຕັ້ງຢູ່ໃຈກາງເມືອງ ຂອງນະຄອນຫຼວງວຽງຈັນ, ເຊິ່ງກວມເນື້ອທີ່ທັງໝົດ 1.149 ເຮັກຕາ, ແຜນການລົງທຶນທັງໝົດ 5 ຕື້ໂດລາສະຫະລັດ. ເປັນໂຄງການທີ່ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ ແຂວງຢູນານ ຫຸ້ນສ່ວນຈໍາກັດ ກັບອົງການນະຄອນຫຼວງວຽງຈັນ.
ຂ່າວ: ສົມຫວັງ
ພາບ: ອ່າຍຄຳ

