ວິທະຍາໄລວຽງຈັນພັດທະນາອາຊີບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ທາງວິທະຍາໄລວຽງຈັນພັດທະນາອາຊີບ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລງວຽງຈັນ ມີທຶນຮຽນຟຣີ 65 ທຶນ (25 ທຶນກ່ຽວກັບສາຂາວິຊາແຕ່ງອາຫານ, 20 ທຶນກ່ຽວກັບສາຂາວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ 20 ທຶນກ່ຽວກັບວິຊາການໂຮງແຮມ) ສໍາລັບນັກຮຽນທີ່ຈົບຊັ້ນປະຖົມເທົ່ານັ້ນ, ອາຍຸໃນລະຫວ່າງ 18- 30 ປີ ທີ່ມີຖານະຄອບຄົວທຸກຍາກ, ຂາດເຂີນທຶນສົ່ງເສີມການສຶກສາ, ບໍ່ມີອາຊີບ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ.
ວິທະຍາໄລວຽງຈັນພັດທະນາອາຊີບຍັງ ແຈ້ງໃຫ້ຮູ້ຕື່ມອີກວ່າ: ໄລຍະເວລາໃນການຮຽນແມ່ນ 3 ເດືອນ, ເມື່ອຮຽນຈົບແລ້ວ ມີໃບປະກາດຢັ້ງຢຶນໃຫ້, ເວລາຮຽນແມ່ນຮຽນແຕ່ເຊົ້າຫາຄໍ່າ, ຜູ້ທີ່ຖືກຄັດເລືອກເຂົ້າຮຽນໄດ້ເບ້ຍລ້ຽງ 800.000 ກີບ/ເດືອນ, ອຸປະກອນການຮຽນຟຣີ, ມີປະກັນໄພໃນໄລຍະການຮຽນ ເຈັບເປັນແບບບໍ່ໄດ້ເສຍຄ່າ, ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ, ມີຫໍພັກຟຣີເພາະທຸກຄົນຕ້ອງນອນຫໍພັກເພາະມີການສອນພາສາອັງກິດໃຫ້ໃນພາກຄໍ່າ, ມີຊຸດເຄື່ອງບ່ອນນອນຟຣີ ພ້ອມເຄື່ອງແບບ 2 ຊຸດ.
ເລີ່ມສະໝັກຮັບທຶນດັ່ງກ່າວໄດ້ແຕ່ 15 ກໍລະກົດ ຫາ 15 ສິງຫາ 2020 ທີ່ຈະມາເຖິງນີ້ ທີ່ຫ້ອງການວິທະຍາໄລວຽງຈັນພັດທະນາອາຊີບ ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລງວຽງຈັນ, ເອກກະສານສະໝັກປະກອບມີ: ໃບປະກາດຈົບຊັ້ນປະຖົມ, ໃບຢັ້ງຢຶນທີ່ຢຸ່, ປື້ມສໍາມະໂນຄົວ, ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ ແລະ ຮູບຂະໜາດ 3×4 ຈໍານວນ 6 ໃບ.
ຂ່າວ: ວຽງຈັນທາຍ

