ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາ ກັດ ຍ້ອນຜົນສະທ້ອນຈາກ ການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.
ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວຽກງານໂພຊະນາການຢູ່ ລາວ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າ: ເຖິງແມ່ນວ່າຈະສາມາດແກ້ໄຂ ບັນຫາເລື່ອງໂພຊະນາການໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງມີເດັກນ້ອຍລາວຈໍານວນບໍ່ໜ້ອຍທີ່ຍັງມີວິວັດທະນາການ ແລະ ມີການພັດທະນາດ້ານຕ່າງໆ ທີ່ຊັກຊ້າ ບໍ່ວ່າຈະເປັນດ້ານສຸຂະພາບທາງຮ່າງກາຍ, ມັນສະໝອງ, ຄວາມຮູ້ ແລະ ລວງສູງ ຍ້ອນວ່າພວກເຂົາຂາດສານອາຫານຊໍ້າເຮື້ອ, ກະທັນຫັນ ແລະ ຂາດສານວິຕາມິນ.
ທ່ານ ຮສ ດຣ ພູທອນ ໄດ້ລາຍງານຕື່ມອີກວ່າ: ການຂາດສານອາຫານດັ່ງກ່າວນັ້ນແມ່ນເກີດຈາກຫຼາຍປັດໄຈ, ບໍ່ວ່າຈະເປັນຄວາມບໍ່ໝັ້ນຄົງໃນການຜະລິດສະບຽງອາຫານ ຍ້ອນໄດ້ຮັບຜົນກະທົບຈາກການປ່ຽນ ແປງຂອງສະພາບດິນຟ້າອາກາດ ມີທັງນໍ້າຖ້ວມ, ໄພແລ້ງ ແລະ ການລະບາດຂອງສັດຕູພຶດ (ຕັກແຕນ) ຊຶ່ງເຮັດໃຫ້ປະຊາຊົນມີການບໍລິໂພກອາຫານທີ່ບໍ່ພຽງພໍ, ບໍ່ຫຼາກຫຼາຍຈຶ່ງກໍ່ໃຫ້ເກີດພະຍາດຫຼາຍຊະນິດແຊກຊ້ອນ.
ຂ່າວ: ວຽງຈັນທາຍ

