ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ, ໄລຍະທີ 1 ມີຄວາມຍາວປະມານ 109 ກິໂລແມັດ (ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ), ມາຮອດປັດຈຸບັນການກໍ່ສ້າງໄດ້ສໍາເລັດໄປແລ້ວປະມານ 80%. ເສັ້ນທາງດັ່ງກ່າວມີ 4 ຊ່ອງລົດແລ່ນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງ ຍາວປະມານ 2.400 ແມັດ ຊຶ່ງມີ ມູນຄ່າລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ຈະສໍາເລັດໃນທ້າຍປີ 2020 ນີ້ ຫຼັງຈາກເລີ່ມການກໍ່ສ້າງມາແຕ່ ປີ 2018.
ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ລວມມີທັງໝົດ 65 ບ້ານ, 4 ເມືອງ (40 ບ້ານ ຢູ່ເມືອງໂພນໂຮງ, ເມືອງຫິນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ ແລະ 25 ບ້ານ ຢູ່ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ). ເສັ້ນທາງດັ່ງກ່າວ ຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນ-ລົງທັງໝົດ 7 ຈຸດ ຄື: ຈຸດບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ໂພນໂຮງ, ຫີນເຫີບ, ທ່າເຮືອ ແລະ ວັງວຽງ.
ໂຄງການກໍ່ສ້າງທາງດ່ວນດັ່ງກ່າວແມ່ນແບ່ງອອກເປັນ 4 ໄລຍະຄື: ໄລະຍະທີ 1 ແມ່ນແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ, ໄລຍະທີ 2 ແຕ່ເມືອງວັງວຽງ ຫາ ແຂວງຫລວງພະບາງ, ໄລຍະທີ 3 ແຕ່ຫລວງພະບາງ ຫາ ແຂວງອຸດົມໄຊ ແລະ ໄລຍະທີ 4 ແຕ່ແຂວງອຸດົມໄຊຫາດ່ານສາກົນບໍ່ເຕັນ-ບໍ່ຫານ ແຂວງຫລວງນໍ້າທາ.
ຂ່າວ: ວຽງຈັນທາຍ
ພາບ: ປະເທດລາວ