ທຸກຄົນ ຄວນເປັນເຈົ້າການ ໃນການທຳລາຍແຫຼ່ງເພາະພັນຍຸງລາຍ

ທຸກຄົນ ຄວນເປັນເຈົ້າການ ໃນການທຳລາຍແຫຼ່ງເພາະພັນຍຸງລາຍ

ປັດຈຸບັນ, ຢູ່ສປປ ລາວ ເຫັນວ່າສະພາບການລະບາດ ຂອງເຊື້ອພະຍາດໄຂ້ຍຸງລາຍ ນັບມື້ເພີ້ມຂຶ້ນເລື້ອຍໆ ຍັງບໍ່ມີທີທ່າວ່າຈະຫຼຸດລົງ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ມີຜູ້ເສຍຊີວິດຈາກເຊື້ອພະຍາດດັ່ງກ່າວນຳອີກ.
ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ, ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມໃຈກັນເອົາໃຈໃສ່ອະນາໄມ ຕາມສະຖານທີ່ຕ່າງໆ, ທຸກຄົນຄວນເປັນເຈົ້າການໃນການທຳລາຍ ແຫຼ່ງເພາະພັນຂອງຍຸງລາຍ ໃນເຮືອນ ຂອງຕົນເອງເປັນປະຈໍາ, ພ້ອມນັ້ນ ນາຍບ້ານ ແຕ່ລະບ້ານ ຄວນເປັນເຈົ້າການໃນການ ຊີ້ນຳລູກບ້ານ ເຮັດອະນາໄມ ທຳລາຍແຫຼ່ງ ເພາະພັນຂອງຍຸງລາຍ ຄວບຄູ່ກັບການປະຕິບັດມາດຕະການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກວາງຢ່າງເຂັ້ມງວດ, ໂດຍສະເພາະທຳລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍ່ມີໜອນນ້ຳ ກໍຈະບໍ່ມີຍຸງລາຍ.
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 19 ສິງຫ2020 ວ່າ:ນັບແຕ່ທ້າຍປີ 2019 ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນທັງໝົດ 5.223 ກໍລະນີ ແລະ ເສຍຊີວິດ 9 ກໍລະນີ, ໃນນັ້ນ ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 1.221 ກໍລະນີ, ຮອງລົງມາແມ່ນ ແຂວງ ບໍລິຄຳໄຊ 612 ກໍລະນີ, ວຽງຈັນ 577 ກໍລະນີ, ສະຫວັນນະເຂດ 485 ກໍລະນີ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply