Vientiane Times Lao
ຄວາມຕ້ອງການເລືອດຢູ່ລາວສູງເຖິງ 80.000 ຖົງຕໍ່ປີ ແຕ່ສະໜອງໄດ້ພຽງແຕ່ 60.000 ຖົງ

ຄວາມຕ້ອງການເລືອດຢູ່ລາວສູງເຖິງ 80.000 ຖົງຕໍ່ປີ ແຕ່ສະໜອງໄດ້ພຽງແຕ່ 60.000 ຖົງ

ສູນເລືອດແຫ່ງຊາດອົງການກາແດງລາວ ແຈ້ງໃຫ້ຮູ້ ວ່າ: ການຈັດກິດຈະກໍາບໍລິຈາກເລືອດແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ ຄວາມຕ້ອງການໃຊ້ເລືອດແມ່ນເພີ່ມຂຶ້ນ ແລະ ສາ ມາດສະໜອງໄດ້ພຽງແຕ່ 60.000 ຖົງຕໍ່ປີ ຊຶ່ງ ຄວາມຕ້ອງການແມ່ນ 80.000 ຖົງ/ປີ.
ຫົວໜ້າສູນເລືອດແຫ່ງຊາດອົງການກາແດງລາວ ທ່ານຈັນທະລາ ສຸກສາຄອນໄດ້ກ່າວຕໍ່ ທີມງານ ວຽງຈັນທາຍມື້ເຊົ້ານີ້ວ່າ: ບໍ່ມີປະເທດໃດໆທີ່ຈະມີ ເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວ ຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດ ໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າປະຊາກອນມີປະມານ 6 ລ້ານຄົນ ຄວາມຕ້ອງການເລືອດກໍ່ຈະປະມານ 60.000 ຖົງ (1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມ ຕ້ອງການໃຊ້ເລືອດກໍ່ມີສູງ ແຕ່ຖ້າທຽບກັບ ຄວາມຕ້ອງການແມ່ນຍັງບໍ່ພຽງພໍ ຊຶ່ງປະຊາ ກອນ ລາວຮອດປັດຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລິຈາກເລືອດຈາກສັງຄົມໄດ້ພຽງແຕ່ 60.000 ກວ່າຖົງເທົ່ານັ້ນ ຊຶ່ງທາງສູນເລືອດແຫ່ງຊາດກໍ່ໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5.000 ຖົງ/ປີ. ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະຍາດປ້າງກິນເລືອດ, ໜາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ແລະ ໄຂ້ເລືອດອອກ.
ທ່ານຈັນທະລາ ໄດ້ກ່າວຕື່ມວ່າ: ໃນວັນທີ 18 ກັນຍານີ້, ສູນເລືອດແຫ່ງຊາດກໍ່ຈະເຮັດກິດຈະກໍາບໍລິຈາກເລືອດຢູ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ, ສ່ວນຫຼາຍແມ່ນຮັບບໍລິຈາກຈາກພະນັກງານ, ທະຫານ-ຕໍາຫລວດ, ພໍ່ແມ່ປະຊາຊົນ, ອ້າຍນ້ອງກໍາມະກອນ, ນັກຮຽນນັກສຶກສາ ແລະ ຈາກສະຖານທູດ ແລະ ນັກທ່ອງທ່ຽວ ຊຶ່ງຈະມີການຈັດກິດຈະກໍາບໍລິຈາກເລືອດຢູ່ຕາມສໍານັກງານ, ອົງການ ແລະ ໂຮງຮຽນຕ່າງໆເປັນປະຈໍາ. ການໃຊ້ເລືອດຢູ່ລາວເພີ່ມຂຶ້ນໃນແຕ່ລະປີຍ້ອນວ່າ ຢູ່ບັນດາໂຮງໝໍຕ່າງໆ ຢູ່ລາວມີການຜ່າຕັດຫຼາຍຂຶ້ນ, ປະຊາຊົນ ແລະ ຈໍານວນຄົນເຈັບກໍ່ເພີ່ມຂຶ້ນ.

ຂ່າວ: ວຽງຈັນທາຍ

ພາບ: ສູນເລືອດແຫ່ງຊາດ

Related Articles

Leave a Reply