ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມ ກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19

ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມ ກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມອາຊຽນບວກສາມ (ອາຊຽນ ບວກ ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ), ແບບທາງໄກ, ຫວ່າງບໍ່ດົນຜ່ານມານີ້ ທີ່ ກະຊວງການ ຕ່າງປະເທດ, ນະຄອນຫຼວງວຽງຈັນ, ຊຶ່ງ ທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຜົນການຈັດຕັ້ງປະຕິບັດ ການຮ່ວມມື ໄລຍະ 1 ປີຜ່ານມາ ໂດຍສະເພາະ ການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດອາຊຽນບວກສາມ ກ່ຽວກັບ ການແຜ່ລະບາດພະຍາດໂຄວິດ-19 ໃນເດືອນເມສາ 2020 ຜ່ານມາ ກ່ຽວກັບການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີສືບຕໍ່ຮ່ວມມືກັນໃນຂະແໜງການສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ລວມທັງການຮ່ວມມືກັນ ໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນ ໃນການເຂົ້າເຖິງ ແລະ ສາມາດໄດ້ຮັບຢາປົວພະຍາດ ແລະ ຢາວັກແຊັງດັ່ງກ່າວ ໃນເວລາທີ່ມີຢາດັັ່ງກ່າວແລ້ວ, ລວມທັງ ການຮ່ວມມືກັນເພື່ອຟື້ນຟູ ເສດຖະກິດຮອບດ້ານ ພາຍຫຼັງ ໂຄວິດ-19 ແລະ ການປຶກສາຫາລື ໃນການເປີດຊ່ອງທາງພິເສດໃນການເດີນທາງນຳກັນ.

ພ້ອມນັ້ນ ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 (MPAC 2025), ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ການເຊື່ອມໂຍງອາຊຽນ ສະບັບທີ 3 (2016-2020) ແລະ ສະບັບທີ 4 (2021-2025), ການຫັນເປັນເສດຖະກິດດີຈີຕອນ ໂດຍສຸມໃສ່ສົ່ງເສີມ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດທາງເອເລັກໂຕຼນິກຮ່ວມກັນໄດ້, ການພັດທະນາແບບຍືນຍົງ ລວມທັງການໃຫ້ການຮ່ວມມືຊ່ວຍເຫຼືອ ພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການຮ່ວມມືບ້ວງຄັງເຂົ້າສຸກເສີນອາຊຽນບວກສາມ ແລະ ວຽກງານການຮ່ວມມືຫຼາຍຝ່າຍພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (CMIM).

ກອງປະຊຸມຄັ້ງນີ້, ຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນຕໍ່ບາງບັນຫາເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ພ້ອມນີ້ ກອງປະຊຸມໄດ້ພ້ອມກັນກະກຽມ ດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ທີ່ຈະມີຂຶ້ນໃນ ເດືອນພະຈິກ 2020.

ສຸດທ້າຍ, ກອງປະຊຸມຄັ້ງນີິ້ ຍັງໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຈຳນວນໜຶ່ງ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງຕໍ່ໄປຈະຈັດຂຶ້ນ ໃນປີ 2021 ຢູ່ບຣູໄນ (ປະທານອາຊຽນຜູ້ຕໍ່ໄປ).

ຂ່າວ: ວຽງຈັນທາຍ

Related Articles

Leave a Reply