ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ), ກະຊວງສາທາລະນະສຸກ ກຽມສຳຫຼວດອັດຕາການຕິດເຊື້ອ ເຮສໄອວີ ໃນກຸ່ມສ່ຽງ ໂດຍສະເພາະສາວບໍລິການ ຢູ່ຮ້ານກິນດື່ມ, ຮ້ານອາຫານ, ບັນເທີງຕ່າງໆໃນຂອບເຂດທົ່ວປະເທດ.
ສູນຕ້ານເອດ ແລະ ພຕພ ໄດ້ຈັດກອງປະຊຸມວາງແຜນ ແລະ ປຶກສາຫາລືກ່ຽວກັບການກະກຽມດັ່ງກ່າວ ເປັນເວລາ 4 ວັນນັບແຕ່ວັນທີ 29 ກັນຍາ ຫາ 2 ຕຸລາ 2020 ຢູ່ທີ່ ລີສອດນາປ່າກວາງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທ່ານ ດຣ. ສີສະຫວາດ ສຸດທະນີລາໄຊ, ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ທ່ານ ດຣ. ພູທອນ ສຸດທະລັກ ນອກນັ້ນຍັງມີຄະນະວິຊາການຈາກແຂວງບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອກຽມວາງແຜນໃນດ້ານຕ່າງໆກ່ອນຈະມີການສໍາຫຼວດ ເຊັ່ນ: ດ້ານວິຊາການ , ແຜນງານການສຳຫຼວດ , ວິທີການ ແລະ ອຸປະກອນ ທີ່ຈະຕ້ອງນຳໃຊ້ເຂົ້າໃນການສຳຫຼວດ, ດ້ານບຸກຄະລາກອນ ການແພດ, ນັກສຳພາດ, ນັກວິເຄາະ ຂອງບັນດາແຂວງ ທີ່ຈະເຮັດການສຳຫຼວດ ແລະ ອື່ນໆ.
ສປປ ລາວ ໄດ້ພົບຜູ້ຕິດເຊື້ອເຮສໄອວີ ກໍລະນີທໍາອິດໃນປີ 1990 ແລະ ພົບຜູ້ເປັນພະຍາດເອດກໍລະນີທໍາອິດໃນປີ 1992.
ນັບແຕ່ 1990-2020 ຫຼື 30 ປີ, ສປປ ລາວ ພົບຜູ້ຕິດເຊື້ອພະຍາດເອດທັງໝົດ 14.460 ຄົນ, ຜູ້ຕິດເຊື້ອທີ່ຍັງມີຊີວິດຢູ່ 9.700 ຄົນ, ພົບຈໍານວນຜູ້ເປັນເອດ 5.912 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 4.760 ຄົນ. ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອ ເຮສໄອວີ ຫຼາຍກ່ວາແຂວງອື່ນໆ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ-ພາບ: ສູນຕ້ານເອດ ແລະ ພຕພ

