ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ແຕ່ນໍ້າມັນກາຊວນ ປັບລົງ ເລີ່ມມື້ອື່ນ

ລັດແຈ້ງປັບຂຶ້ນລາຄານໍ້າມັນແອັດຊັງ ແຕ່ນໍ້າມັນກາຊວນ ປັບລົງ ເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການມື້ນີ້ວັນທີ 01 ຕຸລາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດໃຫ້ປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ:

ໃຫ້ປັບຂຶ້ນນ້ຳມັນແອັດຊັງພິເສດ 150 ກີບຕໍ່ລິດ ແລະ ປັບຂຶ້ນນໍ້າມັນແອັດຊັງທຳມະດາ 100 ກີບຕໍ່ລິດ, ສ່ວນນໍ້າມັນກາຊວນ ປັບຫຼຸດລົງ 100 ກີບຕໍ່ລິດ, ເລີ່ມປະຕິບັດແຕ່ເວລາ 6 ໂມງ 00 ຂອງມື້ວັນທີ 02 ຕຸລາ 2020 ເປັນຕົ້ນໄປ.

ການປັບຂຶ້ນ-ລົງລາຄານໍ້າມັນເຊື້ອໄຟໃນຄັ້ງນີ້ຈະເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ເພີ່ມຂຶ້ນມາເປັນ 8.700 ກີບ ຕໍ່ລິດ ແລະ  ແອັດຊັງທຳມະດາ ເພີ່ມຂຶ້ນເປັນ 8.230 ກີບ ຕໍ່ລິດ, ສ່ວນ ນໍ້າມັນກາຊວນປັບລົງ ຢູ່ທີ່ 7.270 ກີບ.

ໃນວັນທີ 18 ກັນຍາທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ອອກແຈ້ງການມາແລ້ວກ່ຽວກັບ ການປັບລາຄານໍ້າມັນແອັດຊັງພິເສດ ແລະ ທໍາມະດາ ລົງ 170 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 240 ກີບ/ລິດ ແລະ ແຈ້ງການຫຼ້າສຸດນີ້ ແມ່ນໃຫ້ປັບລົງນ້ຳມັນກາຊວນອີກ ຊຶ່ງຖືວ່າເປັນຂ່າວດີສໍາລັບຜູ້ໃຊ້ຍານພາຫະນະ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply