ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII, ຈັດຂຶ້ນໃນວັນທີ 5-7 ຕຸລາ 2020 ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.
ການດໍາເນີນຊີວິດການເມືອງຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ແລະ ມີຄວາມຈໍາເປັນ ສໍາລັບຄະນະບໍລິ ຫານງານພັກ ນະຄອນຫຼວງວຽງຈັນ ໃນຖານະເປັນພັກກໍາອໍານາດ ຊຶ່ງເປັນການເສີມຂະຫຍາຍມູນເຊື້ອອັນດີ, ຜົນງານອັນປະເສີດຂອງພັກ, ພ້ອມກັນດັດແປງແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍຕ່າງໆ ທີ່ອົງຄະນະພັກນະຄອນ ຫຼວງວຽງຈັນ ກໍາລັງປະເຊີນຢູ່ໃນປະຈຸບັນ ໃຫ້ມີການປ່ຽນແປງໃໝ່ຢ່າງຕັ້ງໜ້າ, ພ້ອມນັ້ນ ຍັງເປັນການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຕື່ມອີກ.
ໂອກາດນີ້, ເຈົ້າຄອງ ນະຄອນຫຼວງ ວຽງຈັນ, ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ລາຍງານຜົນການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຄວາມພ້ອມຂອງບັ້ນດໍາເນີນຊີວິດການເມືອງໂດຍຫຍໍ້ວ່າ: ອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ກະກຽມດ້ານເນື້ອໃນຂອງກອງປະຊຸມມາໄດ້ປີກວ່າ ຮອດປະຈຸບັນ ຮ່າງບົດລາຍງານການເມືອງ ໄດ້ປັບປຸງເປັນສະບັບທີ 4 ໂດຍຈິດໃຈສໍາຄັນເນື້ອໃນຂອງຮ່າງດັ່ງກ່າວແມ່ນ “ຍົກສູງຄວາມສາມາດຈັດຕັ້ງນໍາພາຂອງອົງຄະນະພັກ ເພີ່ມທະວີຄວາມສັກສິດ-ປະສິດທິຜົນຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເຕົ້າໂຮມທຸກກໍາລັງແຮງຂອງສັງຄົມ ສ້າງການຫັນປ່ຽນຢ່າງແຂງແຮງ ໃນການພັດທະນານະຄອນຫຼວງວຽງຈັນ ໃຫ້ສົມກັບເປັນເມືອງຫຼວງຂອງປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນສູງຂຶ້ນ”, ພ້ອມນັ້ນ ກໍ່ໄດ້ທາບທາມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ໂດຍດໍາເນີນມາແລ້ວ 2 ຮອບ ແລະ ຮອບທີ 3 ຈະດໍາເນີນໃນວັນທີ 9 ຕຸລາທີ່ຈະມາເຖິງນີ້.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ຊຶ່ງສະຫາຍ ໄດ້ຍົກໃຫ້ເຫັນສະພາບຈຸດພິເສດການຄຸ້ມຄອງພົນລະເມືອງ ທີ່ມີໂຄງປະກອບແຕກຕ່າງກັບແຂວງ ແລະ ເມືອງ, ເນື່ອງຈາກວ່າ ເປັນເມືອງເອກຂອງປະເທດ ພ້ອມນັ້ນ ການເປັນການນໍາຢູ່ນະຄອນຫຼວງວຽງຈັນ ແມ່ນເຕັມໄປດ້ວຍຄວາມສໍາຄັນ ແລະ ເປັນແບບຢ່າງໃນການຊີ້ນໍານຳພາ ເປັນຜູ້ອໍານວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ການດໍາລົງຊີວິດ ແລະ ທຳມາຫາກິນຂອງປະຊາຊົນ ມີຄວາມສະດວກສະບາຍຂຶ້ນເປັນກ້າວໆ,ດັ່ງນັ້ນຢູ່ໃນບົດສໍາຫຼວດການນໍາພາລວມ ຕ້ອງໄດ້ຕີລາຄາຮອບດ້ານ, ຈຸດດີ, ຜົນງານ ແລະ ຜົນໄດ້ຮັບ ຂອງການນໍາພາໄລຍະຜ່ານມາເປັນຫຼັກທີ່ສາມາດຜ່ານຜ່າມາໄດ້ ບົນພື້ນຖານດັ່ງກ່າວ ເຮັດມາແລ້ວຍັງມີຈຸດໃດບໍ່ໄດ້ຮັບຜົນໃຫ້ຊອກຫາສາເຫດຂອງຂໍ້ຄົງຄ້າງ ທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເປັນອັນລະອຽດໃຫ້ຈະແຈ້ງ ເພື່ອເປັນບົດຮຽນໃຫ້ຄະນະພັກນະຄອນຫຼວງວຽງຈັນ ຊຸດຕໍ່ໄປ ໄດ້ມີການປັບປຸງປ່ຽນແປງຢ່າງຕັ້ງໜ້າ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ: ສນຍ

