ອໍານາດການປົກຄອງເມືອງໄຊເສດຖາກຽມຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງ

ອໍານາດການປົກຄອງເມືອງໄຊເສດຖາກຽມຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງ

ປະຊາຊົນທີ່ອາໄສຢູ່ແຄມທາງເຫັນດີມ້າງ ແລະ ຍົກຍ້າຍເຮືອນ, ເທີບ, ເງີບ, ຕູບ, ເຕັ້ນ, ໂຕະ, ຮົ້ວ, ກໍາແພງ, ປ້າຍໂຄສະນາ, ສານພະພູມ, ໂຖດອກໄມ້, ຕູ້ເອທີເອມ ແລະ ອື່ນໆ ຖ້າສິ່ງເຫຼົ່ານັ້ນກວມເອົາເຂດທາງຍ່າງແຄມທາງ ແລະ ກາຍຫຼັກໄຟເຍືອງທາງແຄມທາງ ອອກຈາກເຂດສະຫງວນທາງ ຕາມການແຈ້ງການ ຫຼື ຕາມການສໍາຫຼວດຂອງຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ທີ່ໄດ້ລົງກວດກາ ແລະ ສໍາຫຼວດເມື່ອບໍ່ດົນມານີ້ ໂດຍໃຫ້ເວລາໃນການມ້າງ ແລະ ຍ້າຍ 15 ວັນນັບແຕ່ມື້ລົງສໍາຫຼວດ ຫຼື ນັບແຕ່ມື້ເຮັດບົດບັນທຶກເປັນຕົ້ນໄປ.
ແຕ່ພວກເຂົາບໍ່ເຫັນດີມ້າງ ແລະ ຍົກຍ້າຍສິ່ງດັ່ງກ່າວຖ້າບໍ່ກວມ-ກາຍເຂດທາງຢ່າງ ແລະ ບໍ່ກາຍຫຼັກໄຟເຍືອງທາງ ດັ່ງນັ້ນພວກເຂົາຈຶ່ງຢາກຮຽກຮ້ອງໃຫ້ ອໍານາດການປົກຄອງເມືອງໄຊເຊດຖາ ຫຼື ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຈົ່ງທົບທວນຄືນໃນການອອກມາດຕະການໃຫ້ມ້າງ ແລະ ຍົກຍ້າຍສິ່ງກິດຂວາງດັ່ງກ່າວເຂົ້າມາຈາກທາງຍ່າງ 5 ແມັດ ຊຶ່ງເຫັນວ່າບໍ່ເໝາະສົມ.
ນາງແດງ ແມ່ນໜຶ່ງໃນປະຊາຊົນຈໍານວນຫຼາຍຢູ່ເມືອງໄຊເຊດຖາທີ່ບໍ່ເຫັນດີໃນການມ້າງ ແລະ ຍ້າຍສິ່ງກິດຂວາງອອກຈາກເຂດສະຫງວນທາງ ຊຶ່ງລາວໄດ້ກ່າວຕໍ່ທີມງານວຽງຈັນທາຍວ່າ: ຈໍາເປັນຢູ່ບໍທີ່ຕ້ອງໄດ້ມ້າງເທີບອອກຈາກໜ້າເຮືອນ ເພາະເທີບຢູ່ເຮືອນ ແລະ ຮ້ານຂອງລາວກໍ່ບໍ່ໄດ້ກາຍ ຫຼື ກວມເອົາເຂດທາງຍ່າງ ນອກນັ້ນຍັງບໍ່ກາຍຫຼັກເສົາໄຟເຍືອງທາງ ນອກນັ້ນການຝັງຫຼັກເພື່ອສະຫງວນແຄມທາງຍັງມາຝັງຫຼັງຈາກທີ່ລາວໄດ້ສ້າງເຮືອນເປັນທີ່ຮຽບຮ້ອຍແລ້ວ ເຫັນວ່າບໍ່ເໜາະສົມ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply