ວັງວຽງ ຫຼຸດປະລິມານຂີ້ເຫຍື້ອລົງ ເກືອບເຄິ່ງໜຶ່ງ, ເລັ່ງຍົກລະດັບສະໜາມ- ດຶງເຕັກໂນໂລຊີແປຮູບຂີ້ເຫຍື້ອ

ວັງວຽງ ຫຼຸດປະລິມານຂີ້ເຫຍື້ອລົງ ເກືອບເຄິ່ງໜຶ່ງ, ເລັ່ງຍົກລະດັບສະໜາມ- ດຶງເຕັກໂນໂລຊີແປຮູບຂີ້ເຫຍື້ອ

ເມືອງວັງວຽງ ພວມເລັ່ງແກ້ໄຂສິ່ງທ້າທາຍ ດ້ານການບໍລິການເກັບມ້ຽນຂີ້ເຫຍື້ອທີ່ຍັງບໍ່ທົ່ວເຖິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນ ພາຍຫຼັງປະສົບຜົນສຳເລັດໃນການຫຼຸດປະລິມານຂີ້ເຫຍື້ອເຂົ້າສະໜາມໄດ້ເກືອບເຄິ່ງໜຶ່ງ ເຊິ່ງເຫຼືອພຽງ 18-20 ໂຕນຕໍ່ມື້ ພ້ອມກ້າວສູ່ເປົ້າໝາຍຍົກລະດັບເຕັກໂນໂລຊີຮອງຮັບການເປັນເມືອງທ່ອງທ່ຽວສີຂຽວຢ່າງຍືນຍົງ. 

ການຂະຫຍາຍຕົວຂອງເສດຖະກິດ ແລະ ການທ່ອງທ່ຽວ ເຮັດໃຫ້ປະລິມານຂີ້ເຫຍື້ອຢູ່ເມືອງວັງວຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ຈາກນະໂຍບາຍການຄັດແຍກຂີ້ເຫຍື້ອແຕ່ຕົ້ນທາງ ໄດ້ສ້າງການປ່ຽນແປງທີ່ເຫັນໄດ້ຊັດເຈນ ເຊິ່ງໃນອະດີດມີຂີ້ເຫຍື້ອເຂົ້າມາຖິ້ມຢູ່ສະໜາມສະເລ່ຍເຖິງ 30 ຫາ 35 ໂຕນຕໍ່ມື້, ແຕ່ປັດຈຸບັນປະລິມານຂີ້ເຫຍື້ອດັ່ງກ່າວໄດ້ຫຼຸດລົງເຫຼືອພຽງ 18 ຫາ 20 ໂຕນຕໍ່ມື້. 

ຄວາມສຳເລັດນີ້ສ່ວນໜຶ່ງແມ່ນໄດ້ຮັບການຮ່ວມມືຈາກພາກທຸລະກິດ ໂດຍສະເພາະໂຮງແຮມ ແລະ ເຮືອນພັກ ທີ່ໄດ້ເອົາໃຈໃສ່ແຍກຂີ້ເຫຍື້ອຫຼາຍສົມຄວນ. ຄຽງຄູ່ກັນນັ້ນ, ໂຄງການອົງການເຕີບໂຕສີຂຽວ (GGGI) ຍັງໄດ້ມອບຖັງສຳລັບແຍກຂີ້ເຫຍື້ອໃຫ້ແກ່ບັນດາໂຮງແຮມ ແລະ ເຮືອນພັກແລ້ວຈຳນວນ 75 ຫົວໜ່ວຍ ເພື່ອຊຸກຍູ້ຂະບວນການດັ່ງກ່າວ ແລະ ສຳລັບຂີ້ເຫຍື້ອປະເພດລີໄຊເຄີນ ແມ່ນສາມາດເກັບກຳໄດ້ສະເລ່ຍເຖິງ 30 ໂຕນຕໍ່ເດືອນ.

ເຊິ່ງຂໍ້ມູນດັ່ງກ່າວ ແມ່ນ ທ່ານ ນາງ ຫັດສະດີ ຂຸນສີ, ຫົວໜ້າອົງການພັດທະນາ ແລະ ບໍລິການ ຕົວເມືອງວັງວຽງ ໄດ້ໃຫ້ສຳພາດໃນໂອກາດໂຄງການແກມຊີວ ນໍາພານັກຂ່າວໄປທັດສະນະສຶກສາກ່ຽວກັບ ການລາຍງານບັນຫາສີຂຽວ ແລະ ທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ເມື່ອອາທິດທີ່ຜ່ານມາ.

ເຖິງແມ່ນວ່າປະລິມານຂີ້ເຫຍື້ອລວມຈະຫຼຸດລົງ, ແຕ່ການບໍລິການເກັບມ້ຽນຍັງຄົງເປັນສິ່ງທ້າທາຍໃຫຍ່ສຳລັບການຄຸ້ມຄອງຕົວເມືອງ ເນື່ອງຈາກປັດຈຸບັນການບໍລິການເກັບຂີ້ເຫຍື້ອກວມເອົາພຽງ 19 ບ້ານ ຈາກທັງໝົດ 61 ບ້ານໃນຕົວເມືອງວັງວຽງ. ນອກຈາກພື້ນທີ່ບໍລິການຈຳກັດແລ້ວ, ຄວາມຖີ່ໃນການເກັບກໍຍັງບໍ່ພຽງພໍ ໂດຍລົດເກັບຂີ້ເຫຍື້ອຂອງບໍລິສັດສຳປະທານເຂົ້າເກັບຕາມຄົວເຮືອນທົ່ວໄປພຽງແຕ່ອາທິດລະໜຶ່ງຄັ້ງ. 

ກ່ຽວກັບບັນຫານີ້ ທາງເຈົ້າໜ້າທີ່ໄດ້ໃຫ້ຄຳເຫັນຢ່າງກົງໄປກົງມາວ່າ: “ເຂົາເຈົ້າກໍປະຕິບັດໄດ້ຢູ່ແຕ່ກໍຍັງບໍ່ທັນຕອບສະໜອງໄດ້ຄວາມຕ້ອງການຂອງສັງຄົມຫັ້ນແຫຼະ ເພາະວ່າຄົວເຮືອນໜຶ່ງກໍເກັບເອົາແຕ່ອາທິດລະຄັ້ງ… ຈຸດປະສົງທາງພວກເຮົາຢາກໄດ້ກໍໃຫ້ຢ່າງໜ້ອຍອາທິດໜຶ່ງສອງຄັ້ງ”. 

ພ້ອມນັ້ນ, ບໍລິສັດສຳປະທານຍັງຂາດແຄນພາຫະນະ ແລະ ຍັງບໍ່ທັນສາມາດແຍກປະເພດລົດເກັບຂີ້ເຫຍື້ອ ເຊັ່ນ: ລົດເກັບຂີ້ເຫຍື້ອລີໄຊເຄີນ ຫຼື ລົດເກັບຂີ້ເຫຍື້ອຕິດເຊື້ອ ໄດ້ຕາມເປົ້າໝາຍທີ່ວາງໄວ້. ເພື່ອແກ້ໄຂບັນຫານີ້, ທາງເມືອງໄດ້ລາຍງານສະເໜີຫາຂັ້ນແຂວງ ເພື່ອຂໍດັດແກ້ສັນຍາກັບບໍລິສັດສຳປະທານ ແນໃສ່ປັບປຸງການບໍລິການໃຫ້ສາມາດຕອບສະໜອງສັງຄົມໄດ້ດີຂຶ້ນ.

ສຳລັບການບໍລິຫານສະໜາມຂີ້ເຫຍື້ອເມືອງວັງວຽງທີ່ມີເນື້ອທີ່ປະມານ 9 ເຮັກຕາກວ່າ ແມ່ນກຳລັງຈະປິດການນຳໃຊ້ພື້ນທີ່ເຊວ 5 ໃນເດືອນນີ້ ແລະ ຈະຍ້າຍໄປນຳໃຊ້ເຊວ 1 ຕໍ່ໄປ. ການປະຕິບັດງານຕົວຈິງພົບວ່າ ເຖິງແມ່ນວ່າມີລົດດຸດຍູ້ຂີ້ເຫຍື້ອເຂົ້າທຸກມື້, ແຕ່ການໃຊ້ດິນຖົມປົກສາມາດເຮັດໄດ້ພຽງປະມານ 2 ເດືອນຕໍ່ຄັ້ງ ເນື່ອງຈາກງົບປະມານຄ່ານໍ້າມັນມີຈຳກັດ ເພາະລົດຕ້ອງໃຊ້ນໍ້າມັນເຖິງ 200 ລິດຕໍ່ມື້. 

ດ້ານການບຳບັດນໍ້າເສຍ, ສະໜາມມີລະບົບປໍ້າອັດຕະໂນມັດ ທີ່ຈະດູດເອົານໍ້າເສຍໄປລົງໜອງບຳບັດທຳມະຊາດໃນຊ່ວງລະດູຝົນ ເຊິ່ງຊ່ວຍຄວບຄຸມຜົນກະທົບຕໍ່ສິ່ງແວດລ້ອມໄດ້ດີ. ເຖິງຈະບໍ່ມີການສີດຢາຂ້າແມງວັນ, ແຕ່ກິ່ນ ແລະ ແມງວັນກໍຖືວ່າຄວບຄຸມໄດ້ດີກວ່າຫຼາຍສະໜາມອື່ນໆ. 

ພ້ອມດຽວກັນນີ້, ປັດຈຸບັນມີກຳມະກອນເກັບຂີ້ເຫຍື້ອອິດສະຫຼະປະມານ 14 ຄົນ ທີ່ໝູນວຽນກັນມາເຮັດວຽກຢູ່ສະໜາມ. ທາງໂຄງການໄດ້ມີການຝຶກອົບຮົມເລື່ອງຄວາມປອດໄພ ແລະ ແຈກຢາຍອຸປະກອນປ້ອງກັນໃຫ້ແກ່ພວກເຂົາ, ແຕ່ຍັງພົບຄວາມຫຍຸ້ງຍາກຍ້ອນແຮງງານມັກຈະບໍ່ຍອມໃສ່ອຸປະກອນປ້ອງກັນ ໂດຍໃຫ້ເຫດຜົນວ່າຫາຍໃຈບໍ່ສະດວກ.

ເພື່ອເປັນການຍືດອາຍຸສະໜາມຂີ້ເຫຍື້ອ ແລະ ສ້າງມູນຄ່າເພີ່ມ, ເມືອງວັງວຽງກຳລັງກ້າວເຂົ້າສູ່ການແປຮູບຢ່າງເຕັມຕົວ ໂດຈະມີບໍລິສັດເຂົ້າມາຕິດຕັ້ງ ສາຍພານແຍກຂີ້ເຫຍື້ອ ຢູ່ພາຍໃນສະໜາມ. ເນື່ອງຈາກມາດຕະຖານສາກົນມີການປ່ຽນແປງ ຕ່າງປະເທດຈະບໍ່ຮັບຊື້ຂີ້ເຫຍື້ອແບບອັດແໜ້ນອີກຕໍ່ໄປ, ໃນອະນາຄົດຈຶ່ງມີແຜນ ທີ່ ຈະແປຮູບຂີ້ເຫຍື້ອລີໄຊເຄີນໃຫ້ເປັນເມັດຢູ່ພາຍໃນສະໜາມເພື່ອນຳສົ່ງອອກ. 

ນອກຈາກນີ້, ໄດ້ມີການລິເລີ່ມໂຄງການເຮັດຝຸ່ນບົ່ມໃນ ສະໜາມຂີ້ເຫຍື້ອ ໂດຍໄດ້ຮັບການ ສະໜັບສະໜູນຈາກອົງການ GGGI ເພື່ອຍ່ອຍສະຫຼາຍຂີ້ເຫຍື້ອອິນຊີ. ບາດກ້າວເຫຼົ່ານີ້ ຖືເປັນການຫັນປ່ຽນອັນສຳຄັນ ໃນການແກ້ໄຂບັນຫາແບບຄົບວົງຈອນ ເພື່ອພັດທະນາວັງວຽງໃຫ້ກາຍເປັນເມືອງທ່ອງທ່ຽວສີຂຽວທີ່ຍືນຍົງຢ່າງແທ້ຈິງ.

Related Articles

Leave a Reply