ໃນຕອນເຊົ້າຂອງວັນທີ 9 ຕຸລານີ້, ລະດັບແມ່ນໍ້າເຊກອງ ຕອນເທິງ ແລະ ຕອນລຸ່ມ ຢູ່ແຂວງເຊກອງ ແລະ ອັດຕະປື ເລີ່ມຍຶ່ງຂຶ້ນແລ້ວຫຼັງຈາກທີ່ບໍລິສັດຮຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື່ອຍ) ປະເທດ ສສ ຫວຽດນາມ ໄດ້ປ່ອຍນໍ້າອອກຈາກເຂື່ອນເພື່ອບໍລິຫານອ່າງເກັບນໍ້າເຂື່ອນໄຟຟ້າດັ່ງກ່າວໃນເວລາ 8 ໂມງ 00.
ກ່ອນໜ້ານີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງກໍໄດ້ອອກແຈ້ງການກ່ຽວກັບການປ່ອຍນໍ້າອອກຈາກເຂື່ອນຂອງບໍລິສັດຮຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື່ອຍ) ປະເທດ ສສ ຫວຽດນາມ ນັບແຕ່ວັນທີ 9-10 ຕຸລາ ເຖິງປະຊາຊົນທີ່ອາໄສ ແລະ ດໍາລົງຊີວິດຢູ່ ລຽບຕາມແມ່ນໍ້າເຊກອງ ແຂວງເຊກອງຈົ່ງມີສະຕິລະວັງຕົວ ແລະ ກຽມຮັບມືກັບສະພາບນໍ້າທີ່ອາດຈະເພີ່ມຂຶ້ນ ຍ້ອນມີການບວກກັບປະລິມານນໍ້າຝົນທີ່ເກີດຈາກພະຍຸໝູນເຂດຮ້ອນ ຢູ່ເຂດທະເລຈີນໃຕ້ຕອນກາງໄດ້ພັດມາປົກຄຸມເຂດພາກໃຕ້ຂອງລາວ ນັບແຕ່ມື້ວັນທີ 9 ຫາ 11 ຕຸລານີ້.
ບໍລິມາດທີ່ປ່ອຍນໍ້າອອກຈາກເຂື່ອນດັ່ງກ່າວແມ່ນປະມານ 100- 1.000 ແມັດກ້ອນ/ວິນາທີ ຊຶ່ງຄາດວ່າລະດັບນໍ້າເຊກອງຈະເພີ່ມຂຶ້ນຢູ່ໃນລະດັບ 5,50 – 6,50 ແມັດ ນັບແຕ່ວັນທີ 7-10 ຕຸລາ, ແຕ່ຈະເພີ່ມຂຶ້ນບໍ່ຮອດເຂດເຕືອນໄພ ແລະ ເຂດອັນຕະລາຍ.
ຂ່າວ: ວຽງຈັນທາຍ

