ຕາງໜ້າພັກການເມືອງຈຳນວນ 400 ທ່ານ ຈາກ 100 ກວ່າປະເທດໃນໂລກລວມທັງ ສປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກຢູ່ແຂວງຟູຈ້ຽນ ສປ ຈີນ

ຕາງໜ້າພັກການເມືອງຈຳນວນ 400 ທ່ານ ຈາກ 100 ກວ່າປະເທດໃນໂລກລວມທັງ ສປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກຢູ່ແຂວງຟູຈ້ຽນ ສປ ຈີນ

“ການ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ແລະ ພາລະ​ໜ້າທີ່​ຂອງ​ພັກ​ການເມືອງ” ຖືກຍົກມາເປັນປະເດັນໃນການສົນທະນາ ແລະ ປຶກສາຫາລື ທີ່ ກອງ​ປະ​ຊຸມ​ສໍາ​ມະ​ນາສາ​ກົນ​ທາງໄກຢູ່ແຂວງ​ຟູ​ຈ້ຽນ ສປ ຈີນ ໃນ​ວັນ​ທີ 12-13 ຕຸລາ 2020 ຊຶ່ງກອງປະຊຸມດັ່ງກ່າວຈັດໂດຍພັກ​ກອມ​ມູ​ນິດ​ຈີນ ໂດຍ​ມີ​ຜູ້ຕາງໜ້າພັກ ​ການເມືອງ​ຈຳນວນ 400 ທ່ານ ຈາກ 100 ກວ່າ​ປະເທດໃນໂລກ, ນອກ​ນັ້ນ ຍັງ​ມີ​ສະຖານທູດ​ຕ່າງປະເທດ​ປະຈຳ ສປ ຈີນ, ຜູ້ຕາງໜ້າ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ ປະຈຳ ສປ ຈີນ, ສື່ີ ມວນຊົນ​ບັນດາ​ປະ​ເທດ​ກໍາ​ລັງ​ພັດທະນາ ແລະ ຜູ້​ຊ່ຽວຊານ​ຕ່າງໆ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແບບ​ທາງໄກ ແລະ ເຂົ້າ​ຮ່ວມ​ຢູ່​ສະຖານທີ່​ຕົວ​ຈິງ.

ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ຜ່ານ​ວີດີ​ໂອ​ທາງໄກ ໃນ​ພິທີ​ເປີດ​ກອງ​ປະຊຸມ​ດັ່ງກ່າວ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ຫົວຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສໍາ​ຄັນ​ດ້ານ​ຍຸດທະສາດ ທັງ​ມີ​ລັກສະນະ​ສາກົນ, ເພາະ​ການ​ລຶບລ້າງ​ ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນແມ່ນ​ໜຶ່ງ​ໃນ​ພາ​ລະ​ກໍາ​ປະຫວັດສາດ, ທັງ​ແມ່ນ​ຄວາມ​ຮັບ ຜິດຊອບ, ພັນທະ ແລະ ໜ້າທີ່ຂອງ​ບັນດາ​ພັກ​ການເມືອງ ເພື່ອ​ນໍາ​ເອົາ​ຄວາມ​ຮັ່ງມີ​ຜາສຸກໃຫ້​ ແກ່​ປະຊາ​ຊົນ. ກອງ​ປະຊຸມເປັນ ​ໂອກາດ​ທີ່​ດີ​ໃຫ້​ແກ່​ບັນດາ​ພັກ ​ການເມືອງ​ໃນ​ໂລກໄດ້​ຮັບ​ຊາບ ​ເຖິງ​ຜົນ​ສໍາ​ເລັດ, ຄວາມ​ຫຍຸ້ງ ຍາກ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ບັນດາ​ປະເທດ, ທັງ​ເປັນ​ໂອກາດ​ດີ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ຮ່ວມ​ກັນ ໃນ​ການ​ແກ້​ໄຂ​ຄວາມ ທຸກ​ຍາກ ແລະ ສ້າງ​ຄວາມຮັ່ງ ມີ​ຜາ​ສຸກ​ໃຫ້​ແກ່​ປະຊາ​ຊົນ.

ນອກນັ້ນ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ບົດຮຽນ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງປະ ຊາຊົນ​ຢູ່ ສປປ ລາວ ຊຶ່ງ​ຍາມ ໃດພັກປະຊາຊົນປະຕິວັດ​ລາວ ກໍຖືເອົາ​ວຽກ​ງານ​ການລຶບລ້າງ​ຄວາມທຸກ​ຍາກ ແລະ ສ້າງ ​ຄວາມ​ຜາ​ສຸກ​ໃຫ້ແກ່​ປະຊາຊົນ​ ລາວ​ບັນດາເຜົ່າເປັນ​ວຽກ​ບຸລິ ມະ​ສິດ​ອັນ​ໜຶ່ງໃນ​ການ​ພັດທະ ນາ​ເສດ​ຖະ​ກິດ​-​ສັງຄົມ​ແຫ່ງ​ຊາດ ແລະ ວຽກ​ງານ​ດັ່ງກ່າວໄດ້​ ຮັບ​ການຈັດຕັ້ງ​ປະຕິບັດຢ່າງ ​ຕັ້ງ ໜ້າ ແລະ ປະສົບ​ຜົນ​ສໍາເລັດ ​ເປັນ​ກ້າວໆ​ມາ ພ້ອມ​ນັ້ນ, ສະ ຫາຍ​ເລຂາທິການ​ໃຫຍ່ໄດ້​ຕີ​ລາຄາ​ສູງ​ຕໍ່​ແນວຄວາມ​ຄິດ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກໍາ​ຂອງ​ມວນ​ມະນຸດ ທີ່​ສະເໜີ​ໂດຍສະຫາຍ​ເລຂາທິການ​ໃຫຍ່ ສີ​ຈິ້ນ​ຜິງ ຊຶ່ງ​ສອດຄ່ອງ​ກັບ​ທ່າ​ອ່ຽງ​ຂອງ​ຍຸກ​ສະໄໝ ແລະ ຮຽກຮ້ອງ​ໃຫ້​ບັນດາ​ພັກ​ການເມືອງ​ໃນ​ໂລກ ຈົ່ງ​ເພີ່ມທະ ວີ​ການ​ປະສານ​ສົມທົບ​ຊຶ່ງ​ກັນ ​ແລະ ​ກັນ ແລະ ຮ່ວມມືກັນຢ່າງ​ ແໜ້ນ​ແຟ້ນ ເພື່ອ​ເຮັດ​ໃຫ້​ປະ ຊາຊົນ​ຫຼຸດ​ພົ້ນ​ອອກ​ຈາກຄວາມ ທຸກ​ຍາກ ແລະ ກ້າວ​ໄປ​ສູ່​ຄວາມ​ ຮັ່ງມີ​ຜາ​ສຸກ, ປະກອບສ່ວນ​ສູ້​ຊົນ​ເຮັດ​ໃຫ້​ບັນດາ​ເປົ້າໝາຍ​ສະຫັດ​ສະ​ວັດ​ແຫ່ງ​ການ​ພັດທະນາຂອງອົງການ​ສະຫະ​ປະຊາ ຊາດວາງ​ໄວ້ບັນລຸ​ຕາມ​ຄາດ​ໝາຍ.

ຂ່າວ-ພາບ: ຄຕພ

Related Articles

Leave a Reply