ສະໂມສອນນັກການທູດລາວ ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດຈະເປັນບ່ອນເຕົ້າໂຮມ ແລະ ເປັນເວທີປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ, ຕີລາຄາຕໍ່ສະພາບການທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນລະຫວ່າງບັນດາອະດີດເອກອັກຄະລັດຖະທູດ ແລະ ບັນດານັກການທູດລາວ ແລະ ເປັນເວທີແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງນັກການທູດອາວຸໂສບຳນານ ແລະ ນັກການ ທູດຮຸ່ນໜຸ່ມນ້ອຍກໍຄືພະນັກ ງານກະຊວງການຕ່າງປະເທດ.ນອກຈາກນີ້ ຍັງເພື່ອເປັນຖານຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ ພະນັກງານກະຊວງການຕ່າງປະເທດໄດ້ນຳໄປໝູນໃຊ້ເຂົ້າໃນການຄົ້ນຄວ້າວິໄຈ ແລະ ເປັນຂໍ້ມູນລາຍງານຄະນະນຳກະຊວງການຕ່າງປະເທດ.
ພິທີເປີດສະໂມສອນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ອະດີດກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສົມສະຫວາດ ເລັ່ງສະຫວັດ, ມີບັນດາຄະນະນຳກະ ຊວງການຕ່າງປະເທດ, ອະດີດຄະນະນຳກະຊວງການຕ່າງປະເທດ, ຄະນະກົມ, ບັນດາທ່ານທູດອາວຸໂສບຳນານ ແລະ ພະນັກງານກະຊວງການຕ່າງປະເທດເຂົ້າຮ່ວມປະມານ 70 ທ່ານເຂົ້າຮ່ວມ.
ຂ່າວ-ພາບ: ສະຖາບັນການຕ່າງປະເທດ

