ໃນເດືອນກັນຍາຜ່ານມາ, ມີຜູ້ເສຍຊີວິດ 76 ຄົນ ( ຍິງ 23 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ເກີດຂຶ້ນທັງໝົດ 497 ກໍລະນີ ໃນທົ່ວປະເທດ ທຽບໃສ່ເດືອນສິງຫາ ຫຼຸດລົງ 89 ກໍລະນີ ແຕ່ຜູ້ເສຍຊີວິດເພີ່່ມຂຶ້້້ນ 8 ຄົນ.
ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນກັນຍາ 2020 ຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບຊາບວ່າ: ສໍາລັບ ການເກີດອຸບັດເຫດໃນເດືອນກັນຍາ ຜ່ານມາ, ມີຜູ້ໄດ້ຮັບບາດເຈັບທັງໝົດ 764 ຄົນ, ຊຶ່ງບາດເຈັບສາ ຫັດ 94ຄົນ, ສົມຄວນ 313 ຄົນ, ເລັກໜ້ອຍ 357 ຄົນ.
ນອກນັ້ນມີພາຫະນະເປ່ເພ 889 ຄັນ, ໃນນັ້ນໃຊ້ການບໍ່ໄດ້ 24 ຄັນ, ຊຶ່ງການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆໃນທົ່ວປະເທດ ສ່ວນໃຫຍ່ແມ່ນເກີດ ຍ້ອນນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ໂດຍສະເພາະ ເມົາແລ້ວຂັບ ຂັບຂີ່ໄວເກີນກຳນົດ ບໍ່ໃຫ້ກຽດກັບຜູ້ໃຊ້ເສັ້ນທາງຮ່ວມກັນ, ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ.
ເພື່ອຫຼຸດຜ່ອນການເກີດອຸບັດເຫດ ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ, ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດຈຶ່ງຈະຫຼຸດລົງ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄຟ

