Vientiane Times Lao
ເນື້ອທີ່ນາ ຫຼາຍກວ່າ 4.000 ເຮັກຕາ ຢູ່ເມືອງຊົນນະບູລີ ຖືກນ້ຳຖ້ວມຍ້ອນພະຍຸໝູນເຂດຮ້ອນ ລິນຟາ

ເນື້ອທີ່ນາ ຫຼາຍກວ່າ 4.000 ເຮັກຕາ ຢູ່ເມືອງຊົນນະບູລີ ຖືກນ້ຳຖ້ວມຍ້ອນພະຍຸໝູນເຂດຮ້ອນ ລິນຟາ

 ຫ້ອງການປູກຝັງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເນື້ອທີ່ນາເຂົ້າທີ່ກໍາລັງເກັບກ່ຽວຜົນຜະລິດ ຫຼາຍກວ່າ 4.000 ເຮັກຕາ ຖືກນໍ້າຖ້ວມຍ້ອນຝົນຕົກຕິດຕໍ່ກັນຫຼາຍວັນອັນໄດ້ເຮັດໃຫ້ລະດັບນໍ້າເຊບັງຫຽງ, ເຊຊັງຊອຍ, ເຊຈໍາພອນ ແລະ ຫ້ວຍນໍ້າລໍາຄອງໄຫຼລົ້ນຝັ່ງ ຂື້ນຖ້ວມເນື້ອທີ່ນາດັ່ງກ່າວ ແລະ ໄຫຼຖ້ວມຫຼາຍບ້ານໂດຍມີກໍາລັງອ້າຍນ້ອງທະຫານພາຍໃນເມືອງລົງຊ່ວຍເຫຼືອເກັບກ່ຽວເຂົ້າ, ເຄື່ອນຍ້າຍສິ່ງຂອງ ແລະ ສັດລ້ຽງຊ່ວຍປະຊາຊົນ.
 ຫົວໜ້າ ຫ້ອງການປູກຝັງເມືອງຊົນນະບູລີ ທ່ານ ບູນ ຈັນທະລັງສີ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວັນທີ 14 ຕຸລາ 2020 ກ່ຽວກັບສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີວ່າ: ເມືອງຊົນນະບູລີ ຖືວ່າຖືກນໍ້າຖ້ວມໜັກຫຼາຍກວ່າເມືອງອື່ນໆພາຍໃນແຂວງສະຫວັນນະເຂດ ຊຶ່ງເລີ່ມມາແຕ່ວັນທີ 9 ຕຸລາ ຮອດປັດຈຸບັນ, ຈາກລົງເກັບກໍາຂໍ້ມູນເບື້ອງຕົ້ນມີເນື້ອທີ່ນາຈໍານວນຫຼາຍ ທີ່ກໍາລັງຈະເກັບກ່ຽວຜົນຜະລິດຢູ່ 28 ບ້ານຖືກນໍ້າຖ້ວມ. ນອກນັ້ນກໍມີຫຼາຍບ້ານ ທີ່ຍັງຖືກນໍ້າຖ້ວມເຊັ່ນກັນ, ສ່ວນຜົນເສຍຫາຍນັ້ນຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນ.
ທ່ານ ບູນ ໄດ້ກ່າວຕື່ມວ່າ: ປັດຈຸບັນລະດັບນໍ້າຢູ່ຕາມແມ່ນໍ້າຕ່າງໆຢູ່ເມືອງຊົນນະບູລີ ຍັງສືບຕໍ່ເພີ່ມຂຶ້ນຍ້ອນຍັງມີຝົນສືບຕໍ່ຕົກ ທີ່ໄດ້ຮັບອິດທິພົນຈາກພະຍຸ ນັງກາ (Nangka)  ຫົວທີ 16 ທີ່ຈະເຄື່ອນຂຶ້ນຝັ່ງທາງພາກເໜືອ ຂອງ ສສ ຫວຽດນາມນັບແຕ່ມື້ນີ້ ຫາມື້ອື່ນ ໂດຍສົ່ງຜົນໃຫ້ທົ່ວທຸກພາກຂອງປະເທດລາວຍັງມີຝົນສືບຕໍ່ຕົກ.
ແຂວງສະຫວັນນະເຂດມີ 3 ເມືອງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ຈາກພະຍຸໝູນເຂດ ຮ້ອນ  ລິນຟາ ຊຶ່ງປະກອບມີເມືອງ ຊົນນະບູລີ, ເມືອງເຊໂປນ ແລະ ເມືອງສອງຄອນ.

ຂ່າວ: ວຽງຈັນທາຍ

 

Related Articles

Leave a Reply