ພະຍຸ ນັງກາ ຫົວທີ 16 ເຮັດໃຫ້ເສັ້ນທາງເມືອງນອງ ອອກສູ່ບ້ານດົງ ເມືອງເຊໂປນ ຖືກຕັດຂາດເປັນຮອບທີ 3

ພະຍຸ ນັງກາ ຫົວທີ 16 ເຮັດໃຫ້ເສັ້ນທາງເມືອງນອງ ອອກສູ່ບ້ານດົງ ເມືອງເຊໂປນ ຖືກຕັດຂາດເປັນຮອບທີ 3

ເສັ້ນທາງແຕ່ເມືອງນອງອອກສູ່ບ້ານດົງ ເມືອງເຊໂປນ ແຂວງສະຫວັນນະເຂດ ຖືກຕັດຂາດເປັນຮອບທີ 3 ໃນມື້ວັນທີ 17 ຕຸລານີ້ ຍ້ອນພະຍຸ ນັງກາ ຫົວທີ 16 ທີ່ໄດ້ເຄື່ອນເຂົ້າມາປົກຄຸມເຂດພາກກາງ ແລະ ພາກໃຕ້ນັບແຕ່ວັນທີ 15 ຕຸລາ ຊຶ່ງໄດ້ເຮັດໃຫ້ຝົນຕົກໜັກ ແລະ ຕົກລິນຈົນຮອດປັດຈຸບັນກໍ່ຍັງສືບຕໍ່ຕົກ, ເຮັດໃຫ້ສາຂາແມ່ນໍ້າ ນ້ອຍ-ໃຫຍ່, ຫ້ວຍ-ຮ່ອງ ແລະ ນໍ້າເຊຍຶ່ງຂຶ້ນໄຫຼຖ້ວມເສັ້ນທາງຫຼາຍຈຸດ ແລະ ໜຶ່ງໃນນັ້ນແມ່ນ ຈຸດດັ່ງກ່າວ ແລະ ນອກນັ້ນ ຍັງມີບາງພື້ນທີ່ທີ່ຕໍ່າກໍ່ມີນໍ້າຖ້ວມຂັງເຊັ່ນກັນ.

ຮອດມື້ວັນທີ 18 ຕຸລາ 2020 ນີ້, ປະເພດລົດຈັກ, ລົດໃຫ່ຍຍັງບໍ່ສາມາດຜ່ານເສັ້ນທາງຈຸດດັ່ງກ່າວ ໄດ້ເທື່ອເພາະຍັງບໍ່ສາມາດສ້ອມ ແປງໄດ້ ແລະ ຍ້ອນຝົນຍັງສືບຕໍ່ຕົກ ເຮັດໃຫ້ນໍ້າຍັງສືບຕໍ່ໄຫຼຖ້ວມຢູ່, ການໄປ-ມາຂອງພໍ່ແມ່ປະຊາຊົນຜ່ານຈຸດນີ້ແມ່ນໃຊ້ເຮືອ.  

ຂໍ້ມູນ: ຫ້ອງການ ຖວທ ເມືອງນອງ

Related Articles

Leave a Reply