ບ້ານລາວມົງຄຸນຈະເປີດບໍລິການເພື່ອສົ່ງເສີມລາວທ່ຽວລາວ ແລະ ສິນຄ້າລາວ

ບ້ານລາວມົງຄຸນຈະເປີດບໍລິການເພື່ອສົ່ງເສີມລາວທ່ຽວລາວ ແລະ ສິນຄ້າລາວ

ບ້ານລາວມົງຄຸນ ທີ່ຕັ້ງຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ, ນະຄອນ ຫຼວຽງຈັນ ຈະກາຍເປັນສູນ ລວມຫັດຖະກໍາ, ຜ້າຝ້າຍ, ຜ້າໄໝ, ສິນຄ້າລາວມາຈາກທຸກໆແຂວງໃນຂອບເຂດທົ່ວປະເທດ. ພ້ອມນັ້ນ, ສູນດັ່ງ ກ່າວຍັງມີຫ້ອງວາງສະແດງ ແລະ ບໍລິການຖ່າຍພາບ, ຊົມວັດທະນະທໍາ, ຊົມສິລະປະດົນຕີ, ອາຫານລາວ ແລະ ອື່ນໆ ໂດຍຈະ ເປີດບໍລິການນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃນວັນທີ 24 ຕຸລາທີ່ຈະມາເຖິງນີ້ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ສໍາພັດ, ສຶກສາຮຽນຮູ້ ແລະ ເປັນການສົ່ງເສີມການທ່ອງ ທ່ຽວໃນໄລຍະລາວທ່ຽວລາວ.

ທີ່ປຶກສາບ້ານລາວມົງຄຸນ ທ່ານ ສຸກສະຫວັນ ພິທັກເທບ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ບ້ານລາວມົງຄຸນສ້າງຂຶ້ນເພື່ອແນ ໃສ່ສົ່ງເສີມສິນຄ້າລາວ ເຂົ້າສູ່ຕະຫຼາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າລາວ ເຂົ້າສູ່ຕະຫຼາດພາກພື້ນ ທັງເປັນການສົ່ງເສີມ ວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປ ແລະ ເຜີຍແຜ່ລົດຊາດອາຫານລາວ. ນອກນັ້ນທຸກໆວັນສິນໃຫ່ຍ (15 ຄໍ່າ) ຈະມີກິດຈະກຳຕະຫຼາດ ບູຮານ ຊຶ່ງ ພາຍໃນຕະຫຼາດຈະຂາຍ ໝາກເບັງ, ຂາຍເຂົ້າໜົມ, ເຄື່ອງບູຊາຕ່າງໆ.

ຂ່າວ: ກິດຕາ

ພາບປະກອບ 

Related Articles

Leave a Reply