ຫ້ອງວ່າການແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ວັນທີ 20 ຕຸລາ 2020, ຢູ່ເມືອງຕ່າງໆພາຍໃນແຂວງທີ່ຖືກນ້ຳຖ້ວມນັ້ນ, ລະດັບນ້ຳໄດ້ຫຼຸດລົງແດ່ແລ້ວ ແຕ່ກໍຍັງຢູ່ໃນເຂດອັນຕະລາຍ ແລະ ຄາດວ່າມີບາງເມືອງນໍ້າອາດຈະຍຶ່ງຂຶ້ນອີກເພາະຝົນຍັງສືບຕໍ່ຕົກຢູ່.
ເຈົ້າເມືອງພິນ ແຂວງສະຫວັນນະເຂດ ທ່ານສາລີ ວິນລາວັນ ໄດ້ລາຍງານຕໍ່ທິມງານວຽງຈັນທາຍ ມື້ເຊົ້າວັນທີ 20 ຕຸລາ 2020ນີ້ ກ່ຽວກັບສະພາບນໍ້າຖ້ວມຢູ່ເມືອງພິນວ່າ: ນໍ້າຖ້ວມເມືອງພິນຖືວ່າໜັກໜ່ວງ ໃນຮອບຫຼາຍປີ ໂດຍມີ 45 ບ້ານຈາກ 100 ບ້ານພາຍໃນເມືອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ໂດຍມີເນື້ອທີ່ນາ, ເນື້ອທີ່ສວນຫຼາຍຮ້ອຍເຮັກຕາຖືກນໍ້າຖ້ວມ, ເສັ້ນທາງ 11 ເສັ້ນເປ່ເພ ແລະ ຖືກຕັດຂາດ, ເຮືອນ 4 ຫຼັງຖືກນໍ້າຊຸໄປ, ໄດ້ຍົກຍ້າຍປະຊາຊົນຫຼາຍກວ່າ 500 ຄອບຄົວໄປໄວ້ຢູ່ຈຸດສູງ. ປັດຈຸບັນນີ້ລະດັບນໍ້າໄດ້ຫຼຸດລົງແດ່ ແລ້ວແຕ່ຄາດວ່ານໍ້າຍັງຈະຍຶ່ງຂຶ້ນອີກຍ້ອນຝົນຍັງສືບຕໍ່ຕົກແຮງຢູ່ໃນຕອນເຊົ້າຂອງມື້ນີ້.
ເຈົ້າເມືອງເຊໂປນ ທ່ານວົງສະຫວັນ ວຽງມະນີ ກໍ່ໄດ້ລາຍງານຕໍ່ທີມງານວຽງຈັນທາຍກ່ຽວກັບສະພາບ ນໍ້າຖ້ວມຢູ່ເມືອງເຊໂປນມື້ເຊົ້ານີ້ວັນທີ 20 ຕຸລາ 2020 ເຊັ່ນກັນວ່າ: ປັດຈຸບັນລະດັບນໍ້າໄດ້ຫຼຸດລົງປະມານ 1 ແມັດຈາກມື້ວານນີ້ແຕ່ຍັງຢູ່ໃນລະດັບເຂດອັນຕະລາຍຄື 16,5 ແມັດ ແຕ່ຄາດວ່ານໍ້າຈະຍຶ່ງຂຶ້ນຕື່ມອີກຍ້ອນ ວ່າຢູ່ ຫວຽດນາມຊຶ່ງ ເປັນຕົ້ນນໍ້າເຊໂປນ ແລະ ນໍ້າເຊບັງຫຽງ ຝົນຍັງຕົກໜັກ ແລະ ສືບຕໍ່ໄຫຼເຂົ້າ ມາທາງເມືອງເຊໂປນຢູ່.
ຫຼັງຈາກເກີດນໍ້າຖ້ວມຢູ່ເມືອງຕ່າງໆຢູ່ແຂວງສະຫວັນນະເຂດ, ອໍານາດການປົກຄອງແຂວງ, ເມືອງໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນແກ່ຜູ້ປະສົບໄພແດ່ແລ້ວ ຊຶ່ງມີປະເພດເຂົ້າສານ, ໝີ່, ນໍ້າດື່ມ, ອາຫານແຫ້ງ ແຕ່ກໍຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ສ່ວນເຄື່ອງນຸ່ງຫົ່ມແມ່ນບໍ່ຈໍາເປັນເພາະໄດ້ມີການມ້ຽນ ແລະ ຍົກຍ້າຍກ່ອນນໍ້າຈະຖ້ວມແລ້ວ.
ຂ່າວ: ວຽງຈັນທາຍ

