ພົນລະເມືອງຂອງອາຊຽນ, ໂດຍສະເພາະກໍແມ່ນປະຊາຊົນຂອງປະເທດສະມາຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ໜ້ານັບຖືໃນການປົກປ້ອງ ສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ. ສະພາບແນວນີ້ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ ແມ່ນຫຍັງທີ່ພາໃຫ້ ອະດີດນັກການທູດ-ທູດ ບິນລາຮາຣີ ກໍສິກັນ ທ່ານນີ້ ຫັນປ່ຽນແນວຄວາມຄິດຂອງຕົນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈ ເດີນສວນທາງກັນກັບ ວິໄສທັດຂອງບິດາຜູ້ກໍ່ຕັ້ງອາຊຽນ ແລະ ປະຊາຊົນຂອງອາຊຽນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈບໍ່ສືບຕໍ່ຊຸກຍູ້ ສົ່ງເສີມ ກົດບັດອາຊຽນ ທີ່ຕົນເອງກໍໄດ້ເປັນຜູ້ປະກອບສ່ວນສ້າງດ້ານເນື້ອໃນ; ເປັນຫຍັງຜູ້ກ່ຽວຈຶ່ງ ທຳລາຍມ້າງຫຼັກການທີ່ວາງໄວ້ຢູ່ໃນ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ໃນ ພາກພື້ນອາຊີອາຄະເນ; ແລະ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ເລືອກຂຽນບົດ ກ່ຽວກັບວາລະອັນຮີບດ່ວນ ເພື່ອການຊ່ວຍຊຸກຍູ້ພາກພື້ນນີ້ ໂດຍສະເພາະໃນເວລາທີ່ ຜູ້ນຳ, ລັດຖະບານ ແລະ ປະຊາຊົນອາຊຽນ ພວມມີຄວາມພະຍາຍາມຮ່ວມກັນຜ່ານຜ່າຜົນກະທົບຂອງການແພ່ລະບາດຢ່າງຮ້າຍແຮງຂອງ ໂຄວິດ-19, ແລ້ວພາກັນກ້າວໄປສູ່ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ.
ໃນເວລານີ້, ພວກເຮົາ ບັນດານັກການທູດບຳນານຂອງ ສປປລາວ ໄດ້ຂຽນຈົດໝາຍເປີດຊອງ ສະບັບນີ້ຂຶ້ນ ເພື່ອແຈ້ງໃຫ້ຮູ້ວ່າ ພວກເຮົາຮູ້ສຶກເຈັບປວດ ແລະ ຖືກທຳຮ້າຍເຖິງສ່ວນເລິກຂອງຫົວໃຈ ຍ້ອນບົດຂຽນຂອງ ທູດບິນລາຮາຣີ ກໍສິກັນ ລົງວັນທີ 24 ຕຸລາ 2020. ເນຶ້ອໃນຂອງບົດຂຽນດັ່ງກ່າວ ໄດ້ສົ່ງເສີມຄວາມແຕກແຍກພາຍໃນອາຊຽນ ທີ່ສະແດງອອກໃນ ແນວຄວາມຄິດຂອງ ທ. ກໍສິກັນ ທີ່ສະເໜີວ່າ ອາຊຽນຄວນຂັບໄລ່ ລາວ ແລະ ກຳປູເຈຍ ອອກໄປ ຖ້າຫາກສອງປະເທດນີ້ສືບຕໍ່ເອົາທາງເລືອກທີ່ ຜິດພາດ ຫຼືວ່າ ຖືກບົງການໂດຍອຳນາດອິດທິພົນພາຍນອກໃດໜຶ່ງ. ໃນນີ້, ພວກເຮົາບໍ່ພຽງແຕ່ຢາກແຈ້ງ ໃຫ້ປະຊາຄົມສາກົນຊາບເທົ່ານັ້ນ ແຕ່ກໍຕ້ອງການເຕືອນຄວາມຊົງຈຳຂອງ ທູດບິນລາຮາຣີ ກໍສິກັນ ວ່າ ບົດຂຽນຂອງຜູ້ກ່ຽວ ແມ່ນລ້ວນແລ້ວແຕ່ມີລັກສະນະຂອງຄົນທີ່ມີ “ສາຍຕາສັ້ນ”, ເບິ່ງແບບຜິວເຜີນ, ບິດເບືອນ ແລະ ມີການຕີລາຄາແບບຜິດພາດ. ຍິ່ງໄປກວ່ານັ້ນ, ກໍເປັນໜ້າເສົ້າໃຈ ທີ່ທູດ ກໍສິກັນ ໄດ້ຖືເບົາ ສົງຄາມທຳລາຍອັນຂົ່ມຂື່ນແລະຍືດເຍື້ອ ທີ່ປະຊາຊົນສອງຊາດພວກເຮົາໄດ້ຕໍ່ສູ້ ທັງເສຍສະຫລະຊີວິດແລະເລືອດເນື້ອ ເພື່ອຍາດເອົາ ເອກະລາດ. ສຳລັບກໍລະນີ ຂອງ ສປປລາວ ເອງ, ໃນສົງຄາມທຳລາຍອັນໂຫດຮ້າຍປ່າເຖື່ອນ ບໍ່ພຽງແຕ່ໄດ້ເຫັນການເສຍສະຫຼະຂອງປະຊາຊົນລາວ ດັ່ງທີ່ໄດ້ກ່າວໄວ້ເທົ່ານັ້ນ, ແຕ່ຫາກວ່າ 1/3 ຂອງດິນແດນປະເທດລາວ ຍັງມີລະເບີດທີ່ຍັງບໍ່ທັນແຕກກະແຈກກະຈາຍຢູ່ ຊຶ່ງໃນແຕ່ລະປີບໍ່ພຽງແຕ່ໄດ້ປິດຊີວິດຂອງປະຊົນຈຳນວນຫລາຍເທົ່ານັ້ນ ແຕ່ມັນຍັງໄດ້ຈຳກັດສິດທິຂອງປະຊາຊົນລາວໃນການພັດທະນາໄດ້ຢ່າງເຕັມສ່ວນ.
ພາຍຫຼັງທີ່ຍາດເອົາ ເອກະລາດ ດ້ວຍຄວາມຍາກລຳບາກໄດ້ແລ້ວ, ສປປລາວ ແລະ ປະຊາຊົນ ຂອງຕົນ ແມ່ນຮູ້ດີເຖິງຄຸນຄ່າຂອງ ຄວາມເປັນ ເອກະລາດ, ສັນຕິພາບ ແລະ ການຮ່ວມມືເພື່ອການ ພັດທະນາ. ເຂົາເຈົ້າກໍບໍ່ຮູ້ໜ້ອຍໄປກວ່າປະຊາຊົນຊາດອື່ນໃດໃນໂລກ ວ່າປະເທດຕົນຄວນຈະດຳເນີນ ແນວທາງການຕ່າງປະເທດອັນໃດ ເພື່ອໃຫ້ສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງຕົນ. ປະເທດລາວ ມຸ່ງໝັ້ນເດີນຕາມແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ຕົວຢ່າງໜື່ງທີ່ດີ ໃນການດຳເນີນນະໂຍບາຍດັ່ງກ່າວແມ່ນການທີ່ ສປປລາວ ບໍ່ໄດ້ຕັດສາຍພົວພັນການທູດ ກັບ ສະຫະລັດອາເມຣິກາ ເຖິງແມ່ນວ່າ ໄດ້ມີສົງຄາມທຳລາຍ ແລະ ມີການເສຍສະຫຼະຂອງປະຊາຊົນຢ່າງຫຼວງຫຼາຍມາກ່ອນ, ແຕ່ຫາກຍັງໄດ້ຍື່ນມືໃຫ້ການຮ່ວມມືທາງດ້ານມະນຸດສະທຳ ຮ່ວມກັບ ລັດຖະບານ ແລະ ປະຊາຊົນ ສະຫະລັດ ອາເມຣິກາ ເພື່ອຊອກຄົ້ນຫາທະຫານອະເມຣິກາທີ່ສູນຫາຍໃນປາງສົງຄາມ (MIA) ຢູ່ ລາວ. ເຊັ່ນດຽວກັນ, ໃນເດືອນ ກໍລະກົດ 1992, ສປປລາວ ໄດ້ປະກາດທັດສະນະຂອງຕົນຢ່າງສະຫງ່າຜ່າເຜີຍ ໃນງານພິທີທີ່ຈັດຂຶ້ນໂດຍປະເທດຟີລິບປິນ ທີ່ເປັນປະທານອາຊຽນໃນປີນັ້ນ ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນດ້ວຍກັນ ເພື່ອຮັບເອົາ ສປປລາວ ເປັນປະເທດສັງເກດການຂອງ ອາຊຽນ, ຊຶ່ງໜື່ງໃນເນື້ອໃນທີ່ໄດ້ຖະແຫລງອອກໄປນັ້ນ ກໍແມ່ນ ສປປລາວ ກຽມພ້ອມທີ່ຈະໃຫ້ສິ່ງຕ່າງໆໃນອະດີດຜ່ານມາ ເປັນເລື້ອງຂອງປະຫວັດສາດ ແລະກໍ ພ້ອມທີ່ຈະເບິ່ງໄປສູ່ອະນາຄົດ ແນໃສ່ໃຫ້ມີການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກັບທຸກໆປະເທດສະມາຊິກອາຊຽນ ໃນຕໍ່ໜ້າ.
ແນວທາງການຕ່າງປະເທດຂອງ ສປປລາວ ຍັງໄດ້ສະທ້ອນໃຫ້ເຫັນເຊັ່ນດຽວກັນ ຢູ່ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ ລາວ ຊຶ່ງຖືວ່າເປັນໜຶ່ງໃນບັນດາກົດໝາຍການ ລົງທຶນຂອງພາກພື້ນ ທີ່ເປີດກວ້າງໃນການຮັບເອົາການລົງທຶນຈາກທົ່ວທຸກມຸມໂລກ. ສິ່ງດັ່ງກ່າວແມ່ນ ສອດຄ່ອງຫຼາຍ ກັບນະໂຍບາຍເປີດກວ້າງສູ່ພາຍນອກຂອງ ອາຊຽນ ທີ່ໄດ້ວາງອອກເພື່ອດຶງດູູດເອົາການລົງທຶນໃຫ້ຫຼາຍຂຶ້ນ ຈາກບັນດາປະເທດຄູ່ເຈລະຈາ ແລະ ປະເທດອື່ນໆ, ເພື່ອໃຫ້ເຂົ້າເຖິງ ຕະຫຼາດພາຍນອກອັນມະຫາສານ, ການຮັບເອົາການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຄວາມຊຳນານ, ແນໃສ່ຮັບປະກັນການເປັນ ແກນກາງ ຂອງ ອາຊຽນ ແລະ ເພື່ອຍົກສູງ ຖານະບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ຢູ່ໃນເວທີສາກົນ.
ນອກຈາກນັ້ນ, ພວກເຮົາກໍຢາກເຕືອນຄວາມຊົງຈຳຂອງ ທູດກໍສິກັນ ວ່ານັບແຕ່ໄດ້ເຂົ້້າເປັນສະມາຊິກສົມບູນຂອງ ອາຊຽນ ໃນວັນທີ 23 ກໍລະກົດ 1997 ເປັນຕົ້ນມາ, ສປປລາວ ໄດ້ເປັນປະເທດສະມາຊິກໜື່ຶງທີ່ມີຄວາມພາກພູມໃຈຢ່າງຍິ່ງ ແລະ ຄວາມຮັບຜິດຊອບສູງ ຂອງອົງການ. ສປປລາວ ບໍ່ພຽງແຕ່ໄດ້ປະຕິບັດຢ່າງ ເຄັ່ງຄັດ ທຸກໆຫຼັກການ ທີ່ລະບຸໄວ້ຢູ່ໃນ ກົດບັດອາຊຽນ ແລະ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ແລະ ອື່ນໆ, ແຕ່ກໍຍັງໄດ້ມີການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນ ໃຫ້ມີ ຄວາມກົມກຽວກັບການສ້າງປະຊາຄົມອາຊຽນ ໃນໃສ່ໃຫ້ສາມາດຮັດແຄບຄວາມແຕກໂຕນດ້ານການພັດທະນາ ເສດຖະກິດ ລະຫວ່າງ ສປປລາວ ແລະ ປະເທດສະມາຊິກອື່ນໆ, ເປັນຕົ້ນແມ່ນ ປະເທດສະມາຊິກເກົ່າ.
ໃນສອງທົດສະວັດກວ່າໆທີ່ຜ່ານມາ ທີ່ເປັນ ສະມາຊິກອາຊຽນ, ສປປລາວ ໄດ້ຮັບຜົນສຳ ເລັດໃນການພັດທະນາເສດຖະກິດ-ສັງຄົມຫລາຍດ້ານ ທັງໆທີ່ໄດ້ມີການເລີ້ມຈາກລະດັບທີ່ຕ່ຳສຸດ ຍ້ອນຜົນຮ້າຍຂອງສົງຄາມທຳລາຍນັ້ນ. ໃນໄລຍະເວລາດຽວກັນ, ປະເທດລາວ ກໍໄດ້ໃຫ້ການ ປະກອບສ່ວນອັນສຳຄັນ ໃຫ້ແກ່ ອາຊຽນ ໃນຫລາຍດ້ານ: ໜຶ່ງ, ສະຖຽນລະພາບທາງການເມືອງ ພາຍໃນຂອງ ສປປລາວ ກໍມີຄວາມໝາຍສຳຄັນຕໍ່ການປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ໃນພາກພື້ນ. ສອງ, ຈຸດທີ່ຕັ້ງທາງດ້ານພູມຍຸດທະສາດຂອງ ລາວ ທີ່ເປັນເໝືອນປະຕູ ເຂົ້າ-ອອກ ບານໜຶ່ງ ສູ່ ຈີນ ໄດ້ກາຍມາມີຄວາມໝາຍສຳຄັນ ແລະກໍແນ່ນອນວ່າຈະນຳເອົາຜົນປະໂຫຍດມາໃຫ້ອາຊຽນ ເສັ້ນທາງ ລົດໄຟ ທີ່ມີໄລຍະທາງທີ່ສັ້ນ ແລະ ມີຄວາມໝາຍທາງເສດຖະກິດ ທີ່ເຊື່ອມຕໍ່ລະຫວ່າງ ຄູນໝິງ ແລະ ສິງກະໂປ (SKRL) ໂດຍຜ່ານ ສປປລາວ ຊຶ່ງຈະສ້າງສໍາເລັດໃນປີ 2021 ແມ່ນເປັນຕົວຢ່າງອັນດີ. ໂຄງການ ດັ່ງກ່າວນີ້ ກໍຈະຊ່ວຍໃນການປະຕິບັດແຜນແມ່ບົດຂອງການເຊື່ອມຈອດ ອາຊຽນ ພາຍໃນປີ 2025 ໃຫ້ປະກົດຜົນເປັນຈິງ. ໃນເມື່ອສຳເລັດແລ້ວ, ໂຄງການດັ່ງກ່າວ ຈະເປັນເສັ້້ນທາງລົດໄຟທຳອິດ ທີ່ຕິດຕໍ່ລະຫວ່າງ ປະເທດອາຊຽນ, ຈີນ, ເກົາຫຼີໃຕ້, ອາຊີກາງ ແລະ ເອີຣົບ. ຖ້າຫາກບໍ່ມີການຕົກລົງ ຕັດສິນໃຈຍາດເອົາ ທຶນຮອນ ແລະ ການສະໜັບສະໜູນທາງດ້ານເຕັກນິກຈາກ ຈີນ, ໂຄງການ SKRL ທີ່ໄດ້ຖືກສະເໜີເປັນຄັ້ງທຳອິດ ໂດຍ ອາຊຽນ ໃນປີ 1995 ໃນໂອກາດກອງປະຊຸມສຸດຍອດ ຜູ້ນຳປະເທດອາຊຽນ ວ່າດ້ວຍການຮ່ວມມືພັດທະນາອ່າງແມ່ນ້ຳຂອງ (AMBDC)ໃນສອງທົດສະວັດ ກ່ອນໜ້ານີ້ ກໍຄົງຈະບໍ່ກາຍເປັນຈິງຂຶ້ນມາໄດ້. ບວກເຂົ້າກັບການເຊື່ອມຕໍ່ກັນທາງອາກາດ, ເສັ້ນທາງດ່ວນ ໄປຫາ ຄູນໝິງ ຜ່ານ ສປປລາວ ກໍພວມໄດ້ຮັບການກໍ່ສ້າງ. ສາມ, ປະເທດລາວ ບໍ່ພຽງແຕ່ໄດ້ເຄີຍເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມອື່ນໆທີ່ຕິດພັນນັ້ນ, ແຕ່ກໍຍັງໄດ້ມີການປະກອບສ່ວນຢ່າງແຂງແຮງ ໃຫ້ແກ່ການປະຕິບັດ ກົດບັດອາຊຽນ ແລະ ບັນດາ ເອກະສານທີ່ສຳຄັນອື່ນໆຂອງອົງການ. ສປປລາວ ໄດ້ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາເຊັມ ໃນປີ 2012 ຢ່າງມີຜົນສໍາເລັດ. ເຊັ່ນດຽວກັນ, ສປປລາວ ກໍໄດ້ເປັນຜູ້ປະສານງານໃຫ້ແກ່ການພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດ ສ. ເກົາຫຼີ ແລະ ສປປ ເກົາຫຼີ ໃນໂອກາດການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ໃນປີ 2004. ນັ້ນແມ່ນບາງຕົວຢ່າງ ເພື່ອເຕືອນຄວາມຊົງຈຳຂອງ ທູດ ກໍສິກັນ.
ຂໍ້ຄວາມສຸດທ້າຍຂອງພວກເຮົາແມ່ນ ກ່ຽວກັບການທີ່ ສປປລາວ ເປັນ ລັດທີ່ມີ ເອກະລາດ ແລະ ອະທິປະໄຕ. ສປປລາວຮູ້ດີວ່າບໍ່ພຽງແຕ່ມີຄວາມຕ້ອງການຊຸກຍູ້ສົ່ງເສີມຜົນປະໂຫຍດແຫ່ງຊາດ ຂອງຕົນເທົ່ານັ້ນ, ແຕ່ກໍຍັງໄດ້ມີການຄຳນຶງເຖິງ ຜົນປະໂຫຍດຂອງພາກພື້ນ ເຊັ່ນດຽວກັນ. ສປປລາວ ເປັນປະເທດສະມາຊິກ ທີ່ມີຄວາມຮັບຜິດຊອບສູງຂອງ ສະຫະປະຊາຊາດ, ອາຊຽນ, ອົງການ ການຄ້າໂລກ ແລະ ອົງການສາກົນອື່ນໆ. ເຫລົ່ານີ້ກໍ ລ້ວນແລ້ວແຕ່ເປັນອົງກອນທີ່ມີຫລັກການພື້ນຖານ. ສປປລາວ ແລະ ປະເທດສະມາຊິກອາຊຽນອື່ນໆ ໄດ້ໃຫ້ການປະກອບສ່ວນຂອງຕົນເພື່ອ ຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາ ສັນຕິພາບ ແລະ ການພັດທະນາ ຢູ່ໃນຂົງເຂດ ແລະ ນອກພາກພື້ນ. ປະເທດລາວ ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ ຊຶ່ງຖ້າຫາກມີການປະສົມປະສານເຂົ້າກັບຜົນສຳເລັດ ແລະ ທ່າແຮງອັນມະຫາສານຂອງປະເທດສະມາຊິກອື່ນໆແລ້ວ ກໍຈະເປັນການສ້າງກາລະໂອກາດ ແລະ ນຳເອົາຜົນປະໂຫຍດໄດ້ຫຼາຍຂຶ້ນ ໃຫ້ແກ່ ອາຊຽນ. ໃນນາມທີ່ເປັນ ອະດີດນັກການທູດ, ທູດກໍສິກັນ ຄວນມີຄວາມເຂົ້າໃຈຕໍ່ສິ່ງນີ້ ແລະ ໃຫ້ການ ຊຸກຍູ້ສ້າງຄວາມເປັນເອກະພາບຂອງ ອາຊຽນ, ແທນທີ່ຈະຜິປອງສ້າງຄວາມແບ່ງແຍກ ອັນຈະສົ່ງຜົນກະທົບຮ້າຍແຮງ ໃຫ້ແກ່ຜົນປະໂຫຍດຂອງແຕ່ລະປະເທດສະມາ ຊິກ ແລະ ອາຊຽນທັງມວນ. ພວກເຮົາຫວັງວ່າ ການດໍາເນີນບາດກ້າວທີ່ຜິດພາດໃນທາງການທູດດັ່ງກ່າວ ທີ່ບໍ່ເປັນປະໂຫຍດອັນໃດເລີຍໃຫ້ແກ່ການທູດໂດຍລວມ ນັບທັງການຂຽນບົດຄວາມ ໃສ່ຮ້າຍປ້າຍສີນັ້ນຄົງຈະເປັນສິ່ງສຸດທ້າຍ. ພວກເຮົາເຊື່ອໝັ້ນຢ່າງແຂງແຮງວ່າ ຄວາມພະຍາຍາມ ຂອງທູດ ກໍສິກັນ ຈະບໍ່ມີທາງສຳເລັດໄດ້ ຍ້ອນວ່າມັນນຳໄປສູ່ການສ້າງ ຄວາມບາດໝາງ ແລະ ຄວາມແຕກແຍກ ຢູ່ພາຍໃນ ອາຊຽນ, ຊ່ຶງແນ່ນອນມັນກໍເປັນການທຳລາຍກຽດແລະຊື່ສຽງຂອງທ່ານທູດເອງ.
ວຽງຈັນ, ວັນທີ 30 ຕຸລາ 2020
ອະດີດນັກການທູດລາວ

