ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ( ປກສ ) ຮ່ວມກັບ ບໍລິສັດ ລ້ານຊ້າງ ປະກັນໄພ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກີດອຸບັດເຫດ, ຊຶ່ງຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ ວິທະຍາໄລເຕັກນິກປາກປ່າສັກ, ນະຄອນຫຼວງວຽງຈັນ.
ຮອງຫົວໜ້າກົມຕຳຫຼວດຈະລາຈອນ, ທ່ານ ພັອ ຄໍາເຫຼັກ ໄຊຍະສິດ ໄດ້ກ່າວວ່າ: ຈຸດປະສົງຄັ້ງນີ້ ເພື່ອ ສ້າງຄວາມເຂົ່ໍ້າໃຈໃຫ້ບັນດານັກສຶກສາ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ ປອດໄພຕາມຖະໜົນ, ຄວາມອັນຕະລາຍທີ່ເກີດຈາກອຸບັດເຫດ ຕາມທ້ອງຖະໜົນ ແລະ ອື່ນໆ, ພ້ອມນັ້ນ ຍັງເລັ່ງໃສ່ວຽກງານການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ເຂົ້າໃຈ, ຮັບຮູ້ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງການສັນຈອນ ແລະ ມີຄວາມເປັນລະບຽບທາງຖະໜົນ ຂອງຜູ້ຂັບຂີ່.
ການໂຄສະນາເຜີຍແຜ່ຄັ້ງນີ້, ຍັງຍົກໃຫ້ເຫັນສາຍເຫດຕົ້ນຕໍທີ່ກໍ່ໃຫ້ເກີດອຸບັດເຫດ ຊຶ່ງສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການດື່ມສິ່ງມຶນເມົາແລ້ວຂັບຂີ່ໄວເກີນກຳນົດ, ລ້ຽວຊ້າຍ-ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງ ບໍ່ຮັບປະກັນ ແລະ ອື່ນໆ ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ຊີວິດ.
ໃນເດືອນກັນຍາຜ່ານມານີ້, ມີຜູ້ເສຍຊີວິດແລ້ວ 76 ຄົນ ( ຍິງ 23 ຄົນ) ຈາກອຸບັດເຫດບົນທ້ອງຖະໜົນ ທີ່ເກີດຂຶ້ນທັງໝົດ 497 ກໍລະນີ ໃນທົ່ວປະເທດ.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

