ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ XIII ອົງຄະນະພັກແຂວງຊຽງຂວາງ ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງແຂວງ, ຜົນປະກົດວ່າ ສະຫາຍ ບຸນຈັນ ສີວົງພັນ ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ບຸນໂຮມ ເທດທານີ ແລະ ສະຫາຍ ໜໍບີ ຫາຕົງປາວ ເປັນຮອງເລຂາພັກແຂວງ.
ພ້ອມກັນນັ້ນ, ໄດ້ເລືອກຕັ້ງເອົາສະຫາຍ ຈັນໄຄ ສຸທິຈັກ ເປັນປະທານກວດກາພັກ ແຂວງ, ສະຫາຍ ພອນສີ ພິນລາວົງ, ສະຫາຍ ຄຳວຽນ ສີຫານາດ, ສະຫາຍ ນາງ ວັນໄຊ ສິງດາລາ ເປັນຮອງປະທານ ກວດກາ ພັກແຂວງ.
ການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຄັ້ງນີ້ ມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 36ສະຫາຍ (ຍິງ 04 ສະຫາຍ) ຊຶ່ງເລືອກໄດ້ 31 ສະຫາຍ (ຍິງ 03 ສະຫາຍ).
ໃນກອງປະຊຸມໃຫຍ່ຄັ້ງນີ້ ຍັງຄັດເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 9 ສະຫາຍ (ຍິງ 01 ສະຫາຍ), ນອກນັ້ນກໍຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຈໍານວນໜຶ່ງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄັ້ງທີ XI.
ຂ່າວ: ຄຸດທໍມະນີ

