ການນໍາແຂວງສະຫວັນນະເຂດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ 2 ບ້ານ ຂອງເມືອງນອງ

ການນໍາແຂວງສະຫວັນນະເຂດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ຢູ່ 2 ບ້ານ ຂອງເມືອງນອງ

ຄະນະປະ ຈໍາພັກແຂວງ ສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມດ້ວຍພະແນກການອ້ອມ ຂ້າງແຂວງ, ເມື່ອບໍ່ດົນມານີ້ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ປະຊາຊົນບ້ານຜູ້ໄທ ແລະ ບ້ານ ສະແຫຼງເມືອງນອງ ແຂວງສະຫວັນນະເຂດ  ທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມໃນໄລຍະທີ່ ຜ່ານມາ, ຊຶ່ງເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນ  ໄດ້ລະ ດົມມາຈາກຫຼາຍພາກສ່ວນປະກອບມີນໍ້າດື່ມ, ເຂົ້າສານ, ໝີ່, ປາກະປ໋ອງ, ຢາປົວພະຍາດ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.

ບ້ານ ຜູ້ໄທ ແລະ ບ້ານສະແຫຼງ ເປັນ ສອງບ້ານທີ່ຂຶ້ນກັບຈຸດສຸມແກ້ງລີ້ນ, ມີປະຊາກອນທັງໝົດ 413 ຄົນ, ຍິງ 217 ຄົນ, ມີ 72 ຫຼັງຄາເຮືອນ, 87 ຄອບຄົວ, ເຮືອນ ທີ່ຖືກຜົນກະທົບມີ 5 ຫຼັງ, ເລົ້າເຂົ້າເສຍຫາຍ 9 ຫຼັງ, ນາຖືກ ຖ້ວມ 38,4 ເຮັກຕາ, ໄຮ່ຖືກ ຖ້ວມ 46 ເຮັກຕາ ແລະ ອື່ນໆ.

ຂ່າວ-ພາບ: ສພຂ

Related Articles

Leave a Reply